ສະຖາບັນຍຸຕິທໍາພາກເໜືອປັບປຸງ ແລະ ປະກາດການຈັດຕັ້ງ

ວັນທີ 16 ສິງຫາ 2019 ຢູ່ສະຖາບັນຍຸຕິທໍາ ພາກເໜືອ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກ ຫົວໜ້າ ສະຖາບັນຍຸຕິທໍາ ພາກເໜືອ ພ້ອມດ້ວຍຄະນະ ແລະ ມີພະນັກງານຄູ-ອາຈານເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 5 ທ່ານ.

ໃນກອງປະຊຸມດັ່ງກ່າວທ່ານ ອ໋ອດ ອຸ່ນແສນບານ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ກວດກາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີສະບັບເລກທີ 1014/ກຍ, ລົງວັນທີ 07 ສິງຫາ 2019 ວ່າດ້ວຍ ການແຕ່ງຕັ້ງພະນັກງານສະຖາບັນຍຸຕິທໍາ ພາກເໜືອ ຊຶ່ງໄດ້ມີການອະນຸມັດແຕ່ງຕັ້ງຫົວໜ້າຂະແໜງ 2 ຂະແໜງຄື: ທ່ານ ນາງ ອັນສະລີ ວໍລະຈັກ ຂຶ້ນເປັນຫົວໜ້າຂະແໜງກົດໝາຍປົກຄອງ ແລະ ທ່ານ ຂັນແສງ ມະນີວົງ ຂຶ້ນເປັນຫົວໜ້າຂະແໜງຄຸ້ມຄອງນັກສຶກສາ ແລະ ກິດຈະການນອກຫຼັກສູດ.

ໃນຕອນທ້າຍ ທ່ານ ແສງອາລຸນ ພັນນະລັດ ກໍໄດ້ຄໍາເຫັນໂອ້ລົມກອງປະຊຸມ ຊຶ່ງທ່ານໄດ້ສະແດງ ຄວາມຊົມເຊີຍ ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ແລະ ພະນັກງານທຸກຄົນ ຈົ່ງສືບຕໍ່ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍບັນດາແນວທາງນະໂຍບາຍຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນງານຢ່າງສະຫງ່າ ງາມ, ສືບຕໍ່ຍຶດໝັ້ນທາງດ້ານການເມືອງແນວຄິດຮັກສາຄວາມສາມັກຄີປອງດອງໃນໝູ່ຄະນະ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ແລະ ສືບຕໍ່ປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂຽນຂ່າວ-ຖ່າຍພາບໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: