ສະຖາບັນຍຸຕິທຳພາກເໜືອ ສະຫຼຸບການຮຽນ-ການສອນສົກປີ 2018-2019

ໃນວັນທີ 27 ສິງຫາ 2019 ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດພິທີສະຫຼຸບປິດການຮຽນ-ການສອນໃນສົກສຶກສາ 2018-2019 ຂຶ້ນ ໃຫ້ກຽດເປັນປະທານໂດຍທ່ານ ສິງຕັນ ໄຊລືຊົ່ງ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຫຼວງພະບາງ, ມີແຂກທີ່ຖືກເຊີນມາຈາກບັນດາພະແນກການ, ອົງການ, ຂະແໜງການ ແລະ ສະຖາບັນການສຶກສາອ້ອມຂ້າງແຂວງ ຫຼວງພະບາງ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ ທ່ານ ແສງເພັດ ແກ້ວພົມມາ ຄະນະພັກຮາກຖານ ຮອງຫົວໜ້າສະຖາບັນຍຸຕິທໍາ ພາກເໜືອ ໄດ້ຂຶ້ນຜ່ານບົດສະຫຼຸບ ສົກສຶກສາ 2018-2019 ຂອງນັກສຶກສາປີ 3 ລະບົບຊັ້ນສູງ ຮຸ່ນທີ 3 ມີທັງໝົດ 245 ຄົນ, ຍິງ 82 ຄົນ ຊຶ່ງໄດ້ແບ່ງອອກເປັນ 4 ຂະແໜງຮຽນຄື: 
- ຂະແໜງກົດໝາຍອາຍາ ມີ 113 ຄົນ, ຍິງ 18 ຄົນ;
- ຂະແໜງກົດໝາຍແພ່ງ ມີ 35 ຄົນ, ຍິງ 17 ຄົນ;
- ຂະແໜງກົດໝາຍປົກຄອງ ມີ 51 ຄົນ, ຍິງ 16 ຄົນ;
- ຂະແໜງກົດໝາຍທຸລະກິດ ມີ 46 ຄົນ, ຍິງ 23 ຄົນ.
ຕະຫຼອດໄລຍະ 3 ປີຜ່ານມາ ນັກສຶກສາສ່ວນຫຼາຍກໍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ໄດ້ຜ່ານການສອບເສັງແຕ່ລະວິຊາ ແລະ ສາມາດປ້ອງກັນບົດຈົບຊັ້ນ ຕາມຫຼັກສູດການຮຽນ-ການສອນຄົບຖ້ວນ ໃນລະບົບຊັ້ນສູງ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ມອບໃບຍ້ອງຍໍໃຫ້ນັກສຶກສາຮຽນດີ-ຮຽນເກັ່ງ, ມີຜົນງານດີເດັ່ນ ໃນການປະກອບສ່ວນ ເຂົ້າໃນກິດຈະກໍາ ແລະ ວຽກງານຂອງສະຖາບັນ ຊຶ່ງໃຫ້ກຽດຂຶ້ນມອບໂດຍທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາ ພາກເໜືອ.
ໃນຕອນທ້າຍຂອງພິທີ ທ່ານປະທານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ນັກສຶກສາຜູ້ທີ່ສຳເລັດການສຶກສາ ຊຶ່ງທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍບັນດາຄູ-ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ນັກສຶກສາທີ່ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ປະຕິບັດຕາມຫຼັກມູນການສຶກສາ ແລະ ລະບຽບວິໄນໄດ້ເປັນຢ່າງດີ ໃນຕະຫຼອດໄລຍະ 3 ປີຜ່ານມາ. ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະການກໍ່ສ້າງບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ສັງຄົມ, ພ້ອມທັງຍົກສູງຄຸນນະພາບຂອງການສຶກສາ ໃຫ້ນັບມື້ ນັບດີຂຶ້ນຕາມທີ່ກຳນົດໄວ້ໃນແຜນຍຸດທະສາດການພັດທະນາ ການສຶກສາໃນໄລຍະໃໝ່. 

ຂ່າວໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: