ກອງປະຊຸມ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ຫຼວງພະບາງ ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກ ພາຍໃນສະຖາບັນຍຸຕິທໍາ ພາກເໜືອ

ໃນວັນທີ 8 ສິງຫາ 2019 ສະຖາບັນຍຸຕິທໍາ ພາກເໜືອ ໄດ້ເປີດກອງປະຊຸມ ເພື່ອຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ຫຼວງພະບາງ ວ່າດ້ວຍ ການຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກ ພາຍໃນສະຖາບັນຍຸຕິທໍາ ພາກເໜືອ ໃຫ້ກຽດເປັນປະທານໂດຍ ສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິ ທໍາ ພາກເໜືອ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດມີ 29 ສະຫາຍ ຍິງ 5 ສະ ຫາຍ.

ໃນກອງປະຊຸມ ສະຫາຍ ເພັດປະເສີດ ວັນນະພາ ຄະນະພັກຮາກຖານ ຮອງຫົວໜ້າສະຖາບັນຍຸຕິທໍາ ພາກເໜືອ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ຫຼວງພະບາງ ວ່າດ້ວຍ ການຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກ 4 ໜ່ວຍພັກ ຂອງສະຖາບັນຍຸຕິທໍາ ພາກເໜືອ ສະບັບເລກທີ 125, 126, 127 ແລະ 128/ຄປພຂ-ຫຼບ, ລົງວັນທີ 26 ກໍລະກົດ 2019 ໂດຍ ຊຶ່ງລາຍລະອຽດ ດັ່ງນີ້:

1. ໜ່ວຍພັກຂະແໜງຄົ້ນຄວ້າກົດໝາຍ ແລະ ກົດໝາຍອາຍາ
- ສະຫາຍ ເພັດປະເສີດ ວັນນະພາ ເປັນເລຂາໜ່ວຍພັກ
- ສະຫາຍ ໄພວັນ ອຸ່ນວິໄລ ເປັນຮອງເລຂາໜ່ວຍພັກ
- ສະຫາຍ ສາຍທະນູ ອິນສົມພອນ ເປັນຄະນະໜ່ວຍພັກ, ທັງເປັນຜູ້ກວດກາໜ່ວຍພັກ
2. ໜ່ວຍພັກຂະແໜງກົດໝາຍທຸລະກິດ-ຄຸ້ມຄອງນັກສຶກສາ ແລະ ກິດຈະການນອກຫຼັກສູດ
- ສະຫາຍ ອານຸສິດ ລາສີ ເປັນເລຂາໜ່ວຍພັກ
- ສະຫາຍ ຂັນແສງ ມະນີວົງ ເປັນຮອງເລຂາໜ່ວຍພັກ
- ສະຫາຍ ບີ່ເລົ່າ ສຸລິເລົ່າ ເປັນຄະນະໜ່ວຍພັກ, ທັງເປັນຜູ້ກວດກາໜ່ວຍພັກ
3. ໜ່ວຍພັກຂະແໜງຈັດຕັ້ງ, ບໍາລຸງພະນັກງານ-ກົດໝາຍປົກຄອງ
- ສະຫາຍ ນາງ ອຸບົນ ແກ້ວວິໄລ ເປັນເລຂາໜ່ວຍພັກ
- ສະຫາຍ ສາຍຝົນ ວົງລັດສະໝີ ເປັນຮອງເລຂາໜ່ວຍພັກ
- ສະຫາຍ ນາງ ອັນສະລີ ວໍລະຈັກ ເປັນຄະນະໜ່ວຍພັກ, ທັງເປັນຜູ້ກວດກາໜ່ວຍພັກ
4. ໜ່ວຍພັກຂະແໜງບໍລິຫານ, ຄຸ້ມຄອງວິຊາການ-ກົດໝາຍແພ່ງ
- ສະຫາຍ ແສງເພັດ ແກ້ວພົມມາ ເປັນເລຂາໜ່ວຍພັກ
- ສະຫາຍ ນາງ ໜູພິດ ລຸນບັນດິດ ເປັນຮອງເລຂາໜ່ວຍພັກ
- ສະຫາຍ ສີສຸລັນ ຈັນດາ ເປັນຄະນະໜ່ວຍພັກ, ທັງເປັນຜູ້ກວດກາໜ່ວຍພັກ

ໃນຕອນທ້າຍຂອງກອງປະຊຸມກໍໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ແສງອາລຸນ ພັນນະລັດ ສະຫາຍໄດ້ເນັ້ນ ໜັກໃຫ້ບັນດາຄະນະໜ່ວຍພັກທີ່ຖືກຮັບຮອງເອົາຊຸດໃໝ່ນີ້ ຈົ່ງເອົາໃຈໃສ່ກໍ່ສ້າງປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໂດດເດັ່ນຢ່າງບໍ່ຢຸດຢັ້ງ ແລະ ຈົ່ງມີຄວາມໜັກແໜ້ນທາງດ້ານຄຸນສົມບັດ ສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ພະຍາຍາມຊອກຫາຄວາມຮູ້, ຄວາມສາມາດໃນການນໍາໜ້າຂອງການຈັດຕັ້ງ ເພື່ອກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ, ຈົ່ງນໍາເອົາແນວຄິດທິດສະດີ, ມູນເຊື້ອການປະຕິວັດຂອງທ່ານຜູ້ນໍາ ເພື່ອມາຜັນຂະຫຍາຍເຂົ້າໃນໜ້າວຽກງານຂອງຕົນໃຫ້ໄດ້ຮັບຜົນດີ, ສືບຕໍ່ຈັດຕັ້ງປະຕິບັດຕາມການມອບໝາຍຂອງຂັ້ນເທິງ ແລະ ວາງທິດທາງແຜນການໃຫ້ໄດ້ຮັບຜົນສໍາເລັດດ້ວຍຄວາມຈົບງາມໃນຕໍ່ໜ້າ ຕື່ມອີກດ້ວຍ.

ຂ່າວໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: