ກອງປະຊຸມໃຫຍ່ຄັ້ງທີ l ຂອງໜ່ວຍຊາວໜຸ່ມສະຖາບັນຍຸຕິທຳແຫ່ງຊາດ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2019 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ລິດຕະພອນ ພູມມາແກ້ວ ເລຂາໜ່ວຍຊາວໜຸ່ມສະຖາບັນຍຸຕິທຳແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ບຸນຕາ ສ.ຜາບມີໄຊ ເລຂາໜ່ວຍພັກ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ສະຫາຍ ຄຳເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ຮາກຖານປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມທັງໝົດຈຳນວນ 140 ສະຫາຍ, ຍິງ 56 ສະຫາຍ.

ກອງປະຊຸມຄັ້້ງນີ້ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມສະຖາບັນຍຸຕິທຳແຫ່ງຊາດໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ, ພ້ອມທັງຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການໃນຕໍ່ໜ້າແຕ່ປີ 2019-2024. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 11 ສະຫາຍ ແລະ ເລືອກໄດ້ 9 ສະຫາຍ ຄື: ສະຫາຍ ລິດຕະພອນ ພູມມາແກ້ວ ເປັນເລຂາໜ່ວຍ; ສະຫາຍ ສຸກັນຍາ ຈັນທະວົງສາ ເປັນຮອງເລຂາ; ສະຫາຍ ນາງ ຍຸພາ ລຸນຈັນທາ; ສະຫາຍ ຄຳພູ ສ.ຜາບມີໄຊ; ສະຫາຍ ຕ້ອມ ແກ້ວບຸນມາ; ສະຫາຍ ນາງ ທະນົງສິນ ຄຳສິງສະຫວັດ, ສະຫາຍ ນາງ ຈັນດາວອນ ວົງພະຈັນ; ສະຫາຍ ພູມີ ສິນລະຕະນະທຳມະເທວາ ແລະ ສະຫາຍ ສີສະຫວາດ ແສນທະຈັນ ເປັນຄະນະ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳເສີດ ວິລະພັນຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນຳຫຼາຍດ້ານຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍພັກຄັ້ງທີ I ຂອງຕົນໃຫ້ຍາດຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຂຽນຂ່າວ: ນາງ ປາວີຄຳ ເພັດທະລາກຸນ, ພາບ: ຂົນ ບຸນທິສານ.

ປະເພດຂ່າວ: