ກອງປະຊຸມໃຫຍ່ຂອງ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານສະຖາບັນຍຸຕິທໍາ ພາກເໜືອ

ໃນວັນທີ 12 ຫາ 14 ມິຖຸນາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາພາກເໜືອ ໄດ້ໄຂກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ I ຂອງ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານສະຖາບັນຍຸຕິທຳພາກເໜືອຂຶ້ນ ພາຍໃຕ້ການເປັນປະທານຂອງສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ມີບັນດາສະຫາຍເລຂາໜ່ວຍພັກ, ບັນດາຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກພະນັກງານ ແລະ ສະມາຊິກພັກນັກສຶກສາຂອງແຕ່ລະໜ່ວຍພັກເຂົ້້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ມີການເຊື່ອມຊຶມເອກະສານສຳຄັນຕ່າງໆ ເຊັ່ນ: ເອກະສານ ສະບັບເລກທີ 06/ຄປພຂ-ຫຼບ, ລົງວັນທີ 26 ກັນຍາ 2018 ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ເພື່ອເປັນບ່ອນອີງໃຫ້ແຕ່ລະໜ່ວຍພັກ ໄດ້ກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການຊີ້ນຳ-ນຳພາຂອງແຕ່ລະໜ່ວຍພັກ ພ້ອມທັງຈັດປະເພດໜ່ວຍພັກ ແລະ ປະເພດສະມາຊິກພັກພາຍໃນແຕ່ລະໜ່ວຍ. ຫຼັງຈາກນັ້ນ ປະທານກອງປະຊຸມ ກໍໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງເຂົ້້າເປັນຄະນະໜ່ວຍພັກຊຸດໃໝ່ ແລະ ກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່.

ໃນຕອນທ້າຍຂອງກອງປະຊຸມແຕ່ລະໜ່ວຍພັກ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທຳພາກເໜືອ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງແຕ່ລະໜ່ວຍພັກ ທີ່ສາມາດຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະໜ່ວຍພັກເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພາຍໃນໜ່ວຍຂອງຕົນຢ່າງເປັນປົກກະຕິ, ເພີ່ມທະວີໃນການນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເປັນແຜນວຽກຂອງຕົນໃຫ້ລະອຽດ ເພື່ອສະດວກໃນການຈັດຕັ້ງປະຕິບັດ ແລະ ເຮັດໃຫ້ວຽກງານຕ່າງໆສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ຂ່າວໂດຍ: ອານຸລັກ ພົມເພັດ, ພາບໂດຍ: ທີມງານຂ່າວສານ

ປະເພດຂ່າວ: