ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ກັບ ຄະນະຜູ້ແທນທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ

     ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກຸມພາ 2018, ຢູ່ທີ່ຫ້ອງປະຊຸມຂອງສະຖາບັນຍຸຕິທຳແຫ່ງຊາດ. ພາຍໃຕ້ການເປັນປະທານຂອງທ່ານ ປອ. ວຽງເພັດ ເຊັງຊົ້ງລໍໄຟຈົງ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ, ມີທ່ານ ສຈ. ເດວິດ ຫົວໜ້າໂຄງການກົດໝາຍ ແລະ ພັດທະນາອາຊີຕາເວັນອອກສຽງເໜືອ ທັງເປັນຫົວໜ້າຄະນະຜູ້ແທນຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ ພ້ອມດ້ວຍຄະນະ, ມີບັນດາຄະນະພະແນກ, ຄະນະພາກວິຊາ ແລະ ນັກສຶກສາສະຖາບັນຍຸຕິທໍາແຫ່ງຊາດ ເຂົ້າຮ່ວມ 38 ທ່ານ, ຍິງ 12 ທ່ານ.

     ຈຸດປະສົງຂອງການພົບປະແລກປ່ຽນບົດຮຽນໃນເທື່ອນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ລາວ ແລະ ສ. ເກົາຫຼີ ເວົ້າລວມ, ເວົ້າສະເພາະກໍແມ່ນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ກັບ ໂຮງຮຽນກົດໝາຍສາກົນຮັນດ໋ອງ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນການແລກປ່ຽນບົດຮຽນທາງດ້ານວິຊາການກົດໝາຍ ແລະ ການສຳພາດເອົາພະນັກງານຂອງສະຖາບັນຍຸຕິທຳແຫ່ງຊາດ ໄປສຶກສາຕໍ່ລະດັບປະລິນຍາໂທ ຢູ່ທີ່ໂຮງຮຽນກົດໝາຍສາກົນຮັນດ໋ອງ.

     ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ.ເກົາຫຼີ 2 ຫົວຂໍ້ທີ່ສຳຄັນຄື 1.ຫົວຂໍ້: ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາຂອງອາເມລິກາ ໂດຍສະເພາະແມ່ນລະບົບການສ້າງກົດໝາຍ, ລະບົບສານ ແລະ ໄອຍະການຢູ່ອາເມລິກາ. 2 ຫົວຂໍ້: ກົດໝາຍ ຕມ ແລະ ພາສີ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການຖາມ-ຕອບ ເພື່ອແລກປ່ຽນບົດຮຽນກັບຄະນະຊ່ຽວຊານທັງສອງຝ່າຍ. ຮອດເວລາ 11:00 ໂມງ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

ຂ່າວ: ສີປະໄພ ເພັດປະທຸມມາ, ພາບ: ອ່ອນຄຳ, ສົມຫວັງ, ສະຖາບັນຍຸຕິທຳແຫ່ງຊາດ, ວັນທີ 15 ກຸມພາ 2018.

 

 

ປະເພດຂ່າວ: