ກອງປະຊຸມປະເມີນຄວາມພ້ອມຮອບດ້ານຂອງສະຖາບັນຍຸຕິທຳແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 20 ມີນາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນຄວາມພ້ອມດ້ານຕ່າງໆຂອງສະຖາບັນຍຸຕິທຳແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຮສ. ປອ ສາຍຂອງ ສາຍນາສິນ ຫົວໜ້າກົມສຶກສາຊັ້ນສູງ, ມີທ່ານຫົວໜ້າຫ້ອງການ, ທ່ານຫົວໜ້າກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຮສ. ປອ ສາຍຂອງ ສາຍນາສິນ ຫົວໜ້າກົມສຶກສາຊັ້ນສູງ ກໍໄດ້ກ່າວເຖິງຈຸດປະສົງ ກຳນົດລະບຽບຫຼັກການ, ເງື່ອນໄຂ, ມາດຕະຖານໃນການສ້າງຕັ້ງ, ການຍົກຖານະ, ການຂະຫຍາຍ, ການໂຮມ, ການແຍກ ແລະ ຍຸບເລີກ ສະຖາບັນຊັ້ນສູງ ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການໃນການສ້າງຊັບພະຍາກອນມະນຸດໃຫ້ສອດຄ່ອງກັບ ການພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. 
ສຳລັບມາດຕະຖານສະຖາບັນການສຶກສາຊັ້ນສູງ ແມ່ນກຳນົດເງື່ອນໄຂ ແລະ ມາດຕະຖານໃນການສ້າງຕັ້ງ, ການຍົກຖານະ, ການຂະຫຍາຍ, ການໂຮມ, ການແຍກ ແລະ ການຍຸບເລີກ ໃຫ້ເປັນໄປຕາມແບບ, ປະເພດ ແລະ ລະດັບ ຂອງສະຖາບັນການສຶກສາຊັ້ນສູງ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
ນອກຈາກນັ້ນ, ຍັງໄດ້ກຳນົດເງື່ອນໄຂລວມຂອງສະຖາບັນການສຶກສາຊັ້ນສູງ ຊຶ່ງປະກອບມີ 6 ມາດຕະຖານ ດັ່ງນີ້:
1. ໂຄງປະກອບ ກົງຈັກການຈັດຕັ້ງ;
2. ໂຄງປະກອບບຸກຄະລາກອນ;
3. ຫຼັກສູດ;
4. ພື້ນຖານໂຄງລ່າງ;
5. ສິ່ງອຳນວຍຄວາມສະດວກ;
6. ການເງິນ.

ຈາກນັ້ນ, ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ລາຍງານສະພາບລວມ ແລະ ຄວາມເປັນມາ ສະຖາບັນຍຸຕິທຳແຫ່ງຊາດ ແມ່ນສະຖາບັນສຶກສາໜຶ່ງມີຖານະທຽບເທົ່າກົມ ທີ່ສັງກັດຢູ່ໃນໂຄງປະກອບກົງຈັກລັດຂອງກະຊວງຍຸຕິທຳ, ມີພາລະບົດບາດເປັນເສນາທິການ ໃຫ້ຄະ ນະນຳກະຊວງຍຸຕິທຳ ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳ ທັງ ສາມ ພາກ ເປັນສູນກາງທາງດ້ານການກໍ່ສ້າງນັກວິຊາການທາງກົດໝາຍ, ກໍ່ສ້າງນັກວິຊາຊີບຜູ້ພິພາກສາ, ໄອຍະການ, ທະນາຍຄວາມ ແລະ ວິຊາຊີບຍຸຕິທຳອື່ນ ລວມທັງຝຶກອົບຮົມໄລຍະສັ້ນວຽກງານຂະ ແໜງຍຸຕິທຳ ແລະ ຄົ້ນຄ້ວາວິທະຍາສາດກົດໝາຍ ແລະ ວຽກງານຍຸຕິທຳ. 

ພ້ອມກັນນັ້ນ, ທ່ານຍັງໄດ້ແຈ້ງໃຫ້ຮູ້ຕື່ມກ່ຽວກັບທິດທາງແຜນການໃນຕໍ່ໜ້າ ຂອງສະຖາບັນຍຸຕິທຳ ແຫ່ງຊາດ ຈະສຸມໃສ່ແຜນຍຸດທະສາດການພັດທະນາສະຖາບັນຍຸຕິທຳແຫ່ງຊາດ ເຊັ່ນ:
1. ການພັດທະນາຄູ-ອາຈານ, ພະນັກງານ ແລະ ນັກສຶກສາ;
2. ການພັດທະນາກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງ;
3. ການພັດທະນາຄຸນນະພາບການຮຽນ-ການສອນ ແລະ ການບໍລິການດ້ານວິຊາການ;
4. ພັດທະນາການຄົ້ນຄ້ວາວິທະຍາສາດ;
5. ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ;
6. ພັດທະນາການຮ່ວມມືກັບສະຖາບັນການສຶກສາຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: