ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນຄົບຮອບ 27 ປີ

    ໃນວັນທີ 13 ສິງຫາ 2018 ສະຖາບັນຍຸຕິທໍາພາກເໜືອ ໄດ້​ເຂົ້າ​ຮ່ວມ​ຂະ​ບວນການແຂ່ງຂັນກິລາບານເຕະ ຊິງຂັນທ່ານຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991- 15 ສິງຫາ 2018) ຊຶ່ງມີບັນດານັກກິລາຈາກຫ້ອງການຍຸຕິທໍາເມືອງ ແລະ ພະແນກຍຸຕິທໍາແຂວງ ຫຼວງພະບາງ ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມຄື: ພະແນກຍຸຕິທໍາແຂວງຫຼວງພະບາງ, ສະຖາບັນຍຸຕິທໍາພາກເໜືອ, ຫ້ອງການຍຸຕິທໍານະຄອນຫຼວງພະບາງ, ຫ້ອງການຍຸຕິທໍາ 5 ເມືອງ ຂອງ​ແຂວງ ຫຼວງພະ​ບາງ ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ.

    ການແຂ່ງຂັນຄັ້ງນີ້ ໃຊ້ເວລາໜຶ່ງມື້ ໂດຍໃຊ້ວິທີການແຂ່ງຂັນແບບພົບກັນໝົດ ແລ້ວນັບຄະແນນເພື່ອຈັດອັນດັບ​ແຕ່ລະ​ທີ​ມ  ຜ່ານການແຂ່ງຂັນຕົວຈິງທັງໝົດ 4 ນັດ ສະຖາບັນຍຸຕິທໍາພາກເໜືອສາ ມາດຍາດໄດ້ລາງວັນຊະນະ​ເລີດ ອັນດັບທີ 1 ຂອງການແຂ່ງຂັນ, ສ່ວນອັນດັບທີ 2 ໄດ້ແກ່ຫ້ອງການຍຸຕິທໍາ ນະຄອນຫຼວງພະບາງ ແລະ ອັນດັບທີ ​3 ໄດ້ແກ່ ພະແນກຍຸຕິທໍາແຂວງ ຫຼວງພະບາງ.

    ພາຍຫຼັງສໍາເລັດການແຂ່ງຂັນ ທ່ານ ມີໄຊ ໄຊເກີຢາຈົງຕົວ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ກໍໄດ້ຂຶ້ນມອບຂັນລາງວັນ ພ້ອມກັບກ່າວປິດພິທີຢ່າງເປັນທາງການ.

ຂ່າວ: ສາຍ​ທະນູ ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ

ປັບປຸງ: ອ່ອນ​ຄຳ