ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນ

ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນຄົບຮອບ 27 ປີ

    ໃນວັນທີ 13 ສິງຫາ 2018 ສະຖາບັນຍຸຕິທໍາພາກເໜືອ ໄດ້​ເຂົ້າ​ຮ່ວມ​ຂະ​ບວນການແຂ່ງຂັນກິລາບານເຕະ ຊິງຂັນທ່ານຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991- 15 ສິງຫາ 2018) ຊຶ່ງມີບັນດານັກກິລາຈາກຫ້ອງການຍຸຕິທໍາເມືອງ ແລະ ພະແນກຍຸຕິທໍາແຂວງ ຫຼວງພະບາງ ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມຄື: ພະແນກຍຸຕິທໍາແຂວງຫຼວງພະບາງ, ສະຖາບັນຍຸຕິທໍາພາກເໜືອ, ຫ້ອງການຍຸຕິທໍານະຄອນຫຼວງພະບາງ, ຫ້ອງການຍຸຕິທໍາ 5 ເມືອງ ຂອງ​ແຂວງ ຫຼວງພະ​ບາງ ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ.

Subscribe to RSS - ສະຖາບັນຍຸຕິທໍາພາກເໜືອ ເຂົ້າຮ່ວມຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນລັດຖະທໍາມະນູນ