ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 18 ກໍລະກົດ 2018 ຫ້ອງການ​ຍຸຕິ​ທຳ ​ເມືອງ​ ປາກງື່ມ ໄດ້​ຈັດ​ພິທີປິດການ​ຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ​​ໂດຍ​ການ​​ເປັນ​ປະທານຂອງທ່ານ ກອງ​ມີ ສີສະໝຸດ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ​ ປາກງື່ມ, ມີ​ຜູ້ຕາງໜ້າ​ຈາກພະແນກຍຸຕິ​ທຳ​ນະຄອນ ຫຼວງວຽງຈັນ, ​ບັນດາ​ຂະ​ແໜງການ​ອ້ອມ​ຂ້າງ​ເມືອງ, ຕະຫຼອດຮອດຄູ-ອາຈານ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມຢ່າງ​ພ້ອມພຽງ.

​          ໃນ​ພິທີ​ທ່ານ ​ບູນ ຄຳ​ສຸກ​ຖາ​ວົງ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ ປາກງື່ມ ກໍ​ໄດ້​ຂຶ້ນ​ລາຍ​ງານຜົນສຳ​ເລັດຂອງ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ແມ່ນ​ຈັດ​​ໄດ້​ສະ​ເພາະ​ໃຫ້​ບັນດາພະນັກງານຫຼັກ​ແຫຼ່ງຂອງ​ຂະແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ບັນດານາຍບ້ານຂອງ​​​ເມືອງ​​ ປາກງື່ມ. ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ຊຸດ​ນີ້ ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຊຶ່ງຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​​ເຫັນ​ວ່າ ​ນັກສຳ​ມະ​ນາກ​ອນ​ໄດ້ຮັບ​ຮູ້ ​ເຂົ້າ​ໃຈ​ເປັນ​ເອກະ​ພາບ​ກັນ​ທັງ​ດ້ານ​ທິດ​ສະ​ດີ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ​ພ້ອມ​ທັງ​ຖອດ​ຖອນ​ເອົາ​ບົດຮຽນດັ່ງກ່າວ ​ເພື່ອ​ນຳ​ໄປຈັດ​ຕັ້ງ​ຜັນ​ຂະຫຍາຍເຂົ້າ​ໃນ​ການເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງສອດຄ່ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​​ແນ່​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.

     ຫຼັງຈາກ​ນັ້ນ​ ໃນ​ພິທີ​ກໍ​ໄດ້​ມີ​ການ​ມອບ​ໃບປະກາສະ​ນິຍະ​ບັດ​ໃຫ້​ແກ່​ນັກ​ກົດໝາຍທີ່​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ 44 ທ່ານ, ຍິງ 9 ທ່ານ ​ແລະ ​ມອບໃບຍ້ອງຍໍ​ຂອງ​​ເຈົ້າ​ເມືອງ ​ປາກງື່ມ ​ໃຫ້​ແກ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ, ​ຊຶ່ງ​ໃຫ້ກຽດມອບໂດຍ​ທ່ານ ກອງ​ມີ ສີສະໝຸດ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງປາກງື່ມ.

ພິທີ​ດັ່ງກ່າວ​ໄດ້​ດຳ​ເນີນມາ​ເປັນ​ເວລາ​ເຄິ່ງວັນ​ ​ແລະ ​ສຳ​ເລັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ຂ່າວ​: ອ່ອນ​ຄຳ, ພາບ ສົມ​ຫັວງ