ຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ມອບປື້ມປະມວນກົດໝາຍອາຍາ

ວັນທີ 27 ທັນວາ 2019 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຫາດຊາຍຟອງ  ໄດ້ມີພິທີມອບປື້ມປະມວນກົດໝາຍອາຍາ ໃຫ້ 60 ບ້ານ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 60 ຫົວ ມອບໂດຍ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ແລະຮັບໂດຍເລຂາພັກບ້ານ ນາຍບ້ານ, ຮອງນາຍບ້ານ ແລະ ຕາງໜ້າໃຫ້ແຕ່ລະບ້ານຈາກ 60 ບ້ານ. ປື້ມປະມວນກົດສະບັບນີ້ເປັນສະບັບທຳອິດ ຂອງ ສປປ ລາວ ໂດຍສະພາແຫ່ງຊາດໄດ້ຮັບຮອງເອົາໃນວັນທີ 17 ພຶດສະພາ 2017 ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ 2018 ຊຶ່ງແມ່ນປະມວນກົດໝາຍອາຍາສະບັບທຳອິດທີ່ຖືກນຳໃຊ້ໃນ ສປປ ລາວ ກົດໝາຍສະບັບນີ້ ບໍ່ພຽງແຕ່ໄດ້ປັບປຸງກົດໝາຍອາຍາ ສະບັບປີ 2005 ເທົ່ານັ້ນ, ແຕ່ຍັງລວມເອົາຫົວຂໍ້ກຳນົດກ່ຽວກັບການລົງໂທດ ຂອງກົດໝາຍອາຍາອີກ 20 ສະບັບ ຊຶ່ງລວມເອົາຫົວຂໍ້ຈາກກົດໝາຍວ່າດ້ວຍການຄ້າ, ກົດໝາຍວ່າດ້ວຍແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍສຸກຂະພາບ, ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ກົດໝາຍອື່ນໆ ລວມເຂົ້າເປັນກົດໝາຍສະບັບດຽວກັນ ເພື່ອຮັບປະກັນຕໍ່ການລົງໂທດໃສ່ຜູ້ກະທຳຜິດທາງອາຍາ ພ້ອມທັງເປັນບ່ອນອີງໃນການໂຄສະນາເຜີຍແຜ່ກົດໝາຍ, ສ້າງສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ ໃນສັງຄົມລາວ ໃຫ້ມີຄວາມສະຫງົບ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດເຂັ້ມແຂງ. ດັ່ງນັ້ນ­, ຈຶ່ງໄດ້ມອບປື້ມປະມວນກົດໝາຍອາຍາໃຫ້ 60 ບ້ານ ຂອງເມືອງ ຫາດຊາຍຟອງ ເພື່ອໃສ່ຕູ້ສະໝຸດ ເພື່ອເປັນຂໍ້ມູນເງື່ອນໄຂສະດວກໃນການຈັດຕັ້ງປະຕິບັດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປກສ ບ້ານ ທີ່ເຮັດວຽກໃນການປົກປ້ອງກົດໝາຍ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າເພື່ອສ້າງຄວາມເຂັ້ມແຂງ ໃຫ້ລະບອບປະຊາທິປະໄຕ ປະຊາຊົນເທື່ອລະກ້າວ. ພາບ ແລະ ຂ່າວໂດຍ: ສຸວັນ ສີມະນີວົງ