ເມືອງ ສີສັດຕະນາກ ຈັດພິທີປະກາດບ້ານແບບຢ່າງປະຕິບັດກົດໝາຍ

ໃນຕອນເຊົ້້າ ຂອງວັນທີ 18 ທັນວາ 2019 ຢູ່ທີ່ຫ້ອງການປົກຄອງບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອງຫຼວງວຽງຈັນ ໄດ້ຈັດພິທີປະກາດບ້ານແບບຢ່າງປະຕິບັດກົດໝາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ I, ສະມາຊິກສະພາປະຊາຊົນນະຄອນຫຼວງ, ຮອງຫົວໜ້າ ພະແນກຍຸຕິທຳນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນເມກ ວິໄລແສງ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ສີສັດຕະນາກ, ມີຫົວໜ້າຫ້ອງການຍຸຕິທຳເມືອງ, ນາຍບ້ານ, ທີ່ປຶກສາບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ແລະ ປະຊາຊົນທັງ

8 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ຄຳຮຶນ ສີສຸທຳມຸນີ ນາຍບ້ານ ດົງປາລານທ່າ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ໂດຍອີງໃສ່ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1399/ກຍ, ລົງວັນທີ 07/12/2017 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ. ເພື່ອແນໃສ່ສຶກສາອົບຮົມ ໃຫ້ສະມາຊິກພາຍໃນຄອບຄົວ, ປະຊາຊົນພາຍໃນບ້ານຮັບຮູ້ ແລະ ເຂົ້າໃຈກົດໝາຍຢ່າງຖືກຕ້ອງ ແລະ ເລີກເຊິ່ງ, ຕາມມາດຕະຖານ ແລະ ເງື່ອນໄຂ. ທົ່ວເມືອງ ສີສັດຕະນາກ ມີທັງໝົດຈໍານວນ 37 ບ້ານ, ໄດ້ປະສານສົມທົບກັບຫ້ອງວ່າການ, ແນວລາວສ້າງຊາດ, ສະຫະພັນແມ່ຍິງ, ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາ, ກຳແໜ້ນສະພາບການຮອບດ້ານ ຂອງປະຊາຊົນພາຍໃນບ້ານເຊັ່ນ ສະພາບທາງດ້ານການເມືອງ-ແນວຄິດ, ການຜະລິດ, ວິຊາຊີບ, ຊີວິດການເປັນຢູ່, ຊົນເຜົ່າ, ຈິດຕະສາດ, ການພົວພັນຮີດຄອງປະເພນີ, ການເຊື່ອຖື, ຂໍ້ຂັດແຍ່ງ ຫຼື ປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ. ຊຶ່ງຫ້ອງການຍຸຕິທໍາເມືອງ ກັບພາກສ່ວນທີ່ກ່ຽວຂ້ອງກໍຄື ຄະນະກຳມະການຂັ້ນເມືອງ ໄດ້ສົມທົບກັບຄະນະກຳມະການຂັ້ນບ້ານ ເພື່ອພ້ອມກັນຕີລາຄາ, ປະເມີນຜົນ ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍທັງໝົດ 37 ບ້ານຂອງເມືອງ ສີສັດຕະນາກ ສາມາດຮັບຮອງເອົາຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄດ້ ຈຳນວນ 8 ບ້ານ ດັ່ງນີ້: 1; ບ້ານ ເພຍວັດ, 2; ບ້ານ ເກົ້າຍອດ, 3; ບ້ານ ສີເມືອງ, 4; ບ້ານ ໜອງຈັນ, 5; ບ້ານ ດົງປ່າລານທ່າ, 6; ບ້ານ ດົງປ່າລານທົ່ງ, 7; ບ້ານ ໂພນສີນວນ ແລະ 8; ບ້ານສະພານທອງເໜືອ.
ໃນຕອນທ້າຍຂອງພິທີ ທ່ານ ບົວເກດ ພົມມະຈັນ ກໍໄດ້ມີຄໍາເຫັນໂອ້ລົມ ຊຶ່ງກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ຊົມເຊີຍປະຊາຊົນພາຍໃນເມືອງ ສີສັດຕະນາກ ທີ່ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ຈົນສາມາດປະກາດເປັນບ້ານແບບຢ່າງປະຕິບັດກົດໝາຍສຳເລັດ ແລະ ຍັງໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຈົ່ງຮັກສາມູນເຊື້ອ ການເປັນບ້ານແບບຢ່າງປະຕິບັດກົດໝາຍນີ້ໄວ້ໃຫ້ຍາວນານຕະຫຼອດໄປ.
ຫຼັງຈາກນັ້ນ ກໍໄດ້ມີການເປີດປ້າຍ ບ້ານແບບຢ່າງປະຕິບັດກົດໝາຍ ຢ່າງເປັນທາງການ.

ຂຽນຂ່າວ ແລະ ຖ່າຍພາບ: ສົມຫວັງ ບົວລະພັນ