ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ປະຈຳປີ 2018

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່​ຜ່ານ​ມາ ຢູ່ໂຮງຮຽນປະຖົມສົມບູນເກົ້າຍອດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ມີຕາງໜ້າມາຈາກອົງການປົກຄອງບ້ານ, ຄະນະຮັບຜິດຊອບ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ​ໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ​ອ່ອນ ແລະ ຂໍ້ຫຍຸ້ງຍາກໃນ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ໃນ​ໄລຍະ​ຜ່ານ​ມາ. ຊຶ່ງ​​ມີນັກສໍາມະນາກອນສຳ​ເລັ​ດການຮຽນກົດໝາຍຊັ້ນ​ຕົ້ນທັງໝົດຈຳນວນ  43 ຄົນ, ຍິງ14 ຄົນ, ສາມາດຈັດປະເພດ​ໄດ້​ດັ່ງ​ນີ້ ດີເດັ່ນ 20 ທ່ານ, ຍິງ 10 ທ່ານ, ດີ 15 ທ່ານ, ຍິງ 04 ທ່ານ.

     ຕອນທ້າຍຂອງພິທີ ທ່ານ ບຸນຄໍາ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກກໍໄດ້ໃຫ້ກຽດມອບ​​ໃບ​ຢັ້ງຢືນໃຫ້ນັກສຳມະນາກອນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້​ໂອ້​ລົມຕໍ່ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນໃນ​ຄັ້ງ​ນີ້​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ.

       

        ຂຽນຂ່າວ, ພາບ: ປາວີຄຳ ເພັດທະລາກຸນ