ຫ້ອງການຍຸຕິທຳເມືອງໄຊທານີ ຈັດການແຂ່ງຂັນກິລາເປຕັງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວັນລັດຖະທຳມະນູນ

ຫ້ອງການຍຸຕິທຳເມືອງໄຊທານີ ຈັດການແຂ່ງຂັນກິລາເປຕັງທົ່ວເມືອງໄຊທານີນະຄອນຫຼວງວຽງຈັນ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ສິງຫາ 2019 ຢູ່ທີ່ເດີ່ນສະຫະພັນເປຕັງແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງເມືອງໄຊທານີ, ມີ ທ່ານ ທອງດຳ ແສນສຸລິນທາ ຕາງໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງໄຊທານີ, ທ່ານ ນວນລະແສງ ເນດທອງສະຫວັນ ຫົວໜ້າຫ້ອງການໂຄສະນາເມືອງໄຊທານີ, ມີບັນດາແຂກຖືກເຊີນ, ສານປະຊາຊົນເຂດສອງ, ອົງການໄອຍະການປະຊາຊົນເຂດສອງ, ບ້ານ, ກຸ່ມບ້ານທົ່ວເມືອງໄຊທານີເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດການແຂ່ງຂັນກິລາເປຕັງໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019) ແລະ ວັນສຳຄັນຕ່າງໆຂອງພັກຂອງລັດ ພ້ອມດຽວກັນນັ້ນກໍເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ບັນດາຫ້ອງການອ້ອມຂ້າງພາຍໃນເມືອງໄຊທານີ, ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 65 ທິມເຂົ້າຮ່ວມ ຊຶ່ງຜົນຂອງການແຂ່ງຂັນໃນຄັ້ງນີ້ລາງວັນຊະນະເລີດອັນດັບທີ່ໜຶ່ງ ແມ່ນທີມເປຕັງ ບ້ານ ດອນໜູນ, ອັນດັບທີ່ສອງ ແມ່ນ ທີມເປຕັງບ້ານສະພັງມຶກ ແລະ ອັນດັບທີສາມ ແມ່ນທີມເປຕັງ ບ້ານລາດຄວາຍ, ຕະຫຼອດໄລຍະຂອງການຂອງການແຂ່ງຂັນກິລາແມ່ນເຕັມໄປດ້ວຍບັນຍາກາດອັນດີ, ມີໄມຕີຈິດມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫວັງ ບົວລະພັນ.