ພິທີມອບປຶ້ມກົດໝາຍໃຫ້ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ຂອງເມືອງ ໄຊທານີ

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 10 ມິຖຸນາ 2019 ຢູ່ທີ່ ສະໂມສອນຂອງເມືອງ ໄຊທານີ ໃຫ້ກຽດມອບໂດຍ ທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄຊທານີ ແລະ ຕາງໜ້າຮັບໂດຍ ທ່ານ ແອ ບົວສີປະເສີດ ຄະນະຫ້ອງຊຸດຝຶກອົບຮົມ, ມີບັນດານັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການມອບປຶ້ມກົດໝາຍໃຫ້ນັກຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການນຳໃຊ້ເປັນບ່ອນອີງ ແລະ ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ສຶກສາຮໍ່າຮຽນໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງຂຶ້ນ, ສຳລັບປຶ້ມທີ່ນຳມາມອບໃນຄັ້ງນີ້ ມີທັງໝົດຈຳນວນ 43 ຊຸດ ປະກອບດ້ວຍ ປຶ້ມກົດໝາຍຂົງເຂດຍຸຕິທຳ, ກົດໝາຍ ແລະ ນິຕິກຳໃນຂົງເຂດ ວັດທະນາທຳ-ສັງຄົມ, ກົດໝາຍ ແລະ ນິຕິກຳ ໃນຂົງເຂດເສດຖະກິດ ແລະ ການເງິນ, ສັງລວມກົດໝາຍປັບປຸງ ແລະ ສ້າງໃໝ່ 2010-2012 ແລະ ສັງລວມກົດໝາຍສ້າງໃໝ່ ແລະ ປັບປຸງ ຈັດພິມ 2018.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ນັກຂ່າວຫ້ອງການຍຸຕິທຳເມືອງໄຊທານີ