ພະແນກຍຸຕິທຳນະຄອນຫຼວງວຽງຈັນ ສ້າງບຸກຄະລາກອນກົດໝາຍ ໃຫ້ 9 ຕົວເມືອງ

     ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ທ້ອງຖິ່ນຮາກຖານຢູ່ຂັ້ນບ້ານ, ກຸ່ມບ້ານ ແລະ  ຫ້ອງການອ້ອມຂ້າງເມືອງ ແມ່ນໜຶ່ງໃນວຽກງານຍຸຕິທຳຮາກຖານ ແລະ ຕິດພັນກັບວຽກງານ 3 ສ້າງ.

     ໃນຕົ້ນເດືອນມັງກອນ 2017 ທີ່ຜ່ານມາ ໄດ້ມີພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນຂຶ້ນ ໂດຍແມ່ນເມືອງສີສັດຕະນາກເປີດເປັນເມືອງທຳອິດ, ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 30 ຄົນ, ຍິງ 12 ຄົນ, ເມືອງຫາດຊາຍຟອງ ຈຳນວນ 52 ຄົນ, ຍິງ 16 ຄົນ, ເມືອງຈັນທະບູລີ ມີຈຳນວນ 36 ຄົນ, 16 ຄົນ, ເມືອງສີໂຄດຕະບອງ 29 ຄົນ, ຍິງ 12 ຄົນ, ເມືອງໄຊທານີ ມີຈຳນວນ 43 ຄົນ, ຍິງ 15 ຄົນ, ເມືອງສັງທອງ ຈຳນວນ 51 ຄົນ, ຍິງ 15 ຄົນ, ໄຊເສດຖາ ຈຳນວນ 39 ຄົນ, ຍິງ 13 ຄົນ, ເມືອງປາກງື່ມ ຈຳນວນ 43 ຄົນ, ຍິງ 13 ຄົນ, ແລະ ເມືອງນາຊາຍທອງ ຈຳນວນ 48  ຄົນ, ຍິງ 12 ຄົນ ລວມທັງໝົດຈຳນວນ   407 ຄົນ, ຍິງ 124 ຄົນ.

     ມາເຖິງປະຈຸບັນການດຳເນີນການຮຽນ-ການສອນກົດໝາຍຊັ້ນຕົ້ນຫຼັກສູດ 3 ເດືອນ ສົກປີ 2017 ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໄດ້ມີພິທີປິດ ແລະ ມອບ-ຮັບໃບປະກາດສະນີຍະບັດຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນທ້າຍເດືອນ ພຶດສະພາ 2017 ພາຍຫຼັງທີ່ສຳເລັດການສຶກສາ ແມ່ນໄດ້ນຳສົ່ງກັບຄືນກົມກອງທ້ອງຖິ່ນຂອງໃຜລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ສັງຄົມຕາມເງື່ອນໄຂສະພາບ ຕົວຈິງຂອງວຽກງານຢູ່ຮາກຖານບ້ານ ແລະ ຫ້ອງການອ້ອມຂ້າງເມືອງ, ຮັບປະກັນການປະຕິບັດຄວາມສະເໝີພາບ ບົນພື້ນຖານຂອງກົດໝາຍ ແລະ ສ້າງເງື່ອນໄຂໃຫ້ກັບປະຊາຊົນ ໄດ້ມີໂອກາດຮຽນຮູ້ລະບຽບກົດໝາຍຢ່າງ ທົ່ວເຖິງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໄດ້ເຂົ້າຮ່ວມພັດທະນາຄອບຄົວ ແລະ ບ້ານ, ສະກັດກັ້ນປະກົດການຫຍໍ້ທໍ້,  ແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນຄອບຄົວ ພາຍໃນບ້ານໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ, ສ້າງສະຕິເຄົາລົບກົດໝາຍ ແລະ ປະຕິບັດກົດໝາຍໃຫ້ແກ່ພະນັກງານຮາກຖານ ແລະ ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານໃຫ້ສູງຂຶ້ນ, ສາມາດເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆ ໂດຍ ສັນຕິວິທີ, ສ້າງເງື່ອນໄຂໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານກົດໝາຍ, ຮູ້ໃຊ້ສິດຕົນເອງຕາມກົດໝາຍທີ່ໄດ້ກຳນົດໄວ້ ເຮັດໃຫ້ວຽກງານຍຸຕິທຳຮາກຖານ ກາຍເປັນຂະບວນການຂອງມະຫາຊົນ ບົນພື້ນຖານດັ່ງ ກ່າວ ເພື່ອສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ລະຫວ່າງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມ.

     ອີງຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ມາແຕ່ຮາກຖານບ້ານ ແນໃສ່ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານ ແມ່ນມີຄວາມສຳຄັນຍິ່ງ ຕໍ່ກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ຮັບກັນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃຫ້ມີຜົນສຳເລັດໃນແຕ່ລະ ລະຍະ ທັງຮັບປະກັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານການກໍ່ສ້າງ ຮາກຖານການເມືອງຮອບດ້ານ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ເຮັດໃຫ້ການສ້າງນັກກົດໝາຍ ຕິດພັນກັບຂະບວນການ ຕົວຈິງຂອງທ້ອງຖິ່ນ ແລະ ຮາກຖານຕາມທິດທັງຮຽນທັງເຮັດ ຫຼື ຮຽນທິດສະດີຕິດ ພັນກັບຕົວຈິງ ເພື່ອເປັນການຫຼໍ່ຫຼອມທັດສະນະ ແລະ ຈິດໃຈ ຮັບໃຊ້ປະຊາຊົນຢ່າງແທ້ຈິງແຕ່ຫົວທີ ແລະ ສ້າງໃຫ້ເປັນນັກກົດໝາຍສືບທອດ ປະຈຳຢູ່ຮາກຖານ ຫຼື ເມືອງ ໃນອະນາຄົດ.

ຂຽນຂ່າວ ແລະ ຖ່າຍພາບ: ສຸວັນ ສີມະນີວົງ

ຜູ້ປະສານງານພະແນກຍຸຕິທຳ ນະຄອນຫຼວງ