ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2018 ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ V ປະຈຳປີ 2018 ໂດຍການໃຫ້ກຽດ ແລະ ເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂກຖືກເຊີນ, ຄະນະຮັບຜິດຊອບ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 92 ທ່ານ, ຍິງ 30 ທ່ານ.

ໃນພິທີທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະ 45 ວັນ, ຊຸດທີ V ປະຈຳປີ 2018 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈຸດປະສົງຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍໃນນະຄອນຫຼວງ ແລະ ບັນດາເມືອງ ໄດ້ຮັບຮູ້ເຂົ້າໃຈຕໍ່ກົດໝາຍ, ຜ່ານການຄົ້ນຄວ້າຮໍ່າຮຽນໄດ້ເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາເນື້ອໃນກົດໝາຍນັບມື້ຫຼາຍຂຶ້ນ ແລະ ນໍາເອົາຄວາມຮູ້ທາງດ້ານກົດໝາຍທີ່ໄດ້ຮໍ່າຮຽນມານໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ ແລະ ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນດີຂື້ນ. ສຳລັບຫຼັກສຸດການຮຽນ-ການສອນລວມທັງໝົດມີ 29 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ຫຼັງຈາກນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ. ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມກົດໝາຍ ຈຳນວນ 62 ທ່ານ, ຍິງ 17 ທ່ານ, 
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນໍາເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດ.
ຂ່າວ-ພາບ: ຂົນ ບຸນທິສານ