ຂະແໜງໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທຳ ນະຄອນຫຼວງ ສົມທົບກັບຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ມອບປື້ມກົດໝາຍ ເຂົ້າໃສ່ຕູ້ປືມກົດໝາຍປະຈຳບ້ານ ຈຳນວນ 11 ບ້ານຂອງກຸ່ມ 1 ບໍ່ໂອ.

     ພິທີມອບປື້ມຈາກຂະແໜງໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ເພື່ອເຂົ້າໃສ່ຕູ້ປື້ມກົດໝາຍປະຈຳບ້ານ ຈຳນວນ 11ບ້ານຂອງກຸ່ມ 1 ບໍ່ໂອ, ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄວ້ບໍລິການປະຊາຊົນພາຍໃນບ້ານ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2019 ທີ່ຫ້ອງການບ້ານ ດອນດູ່ ໃຫ້ກຽດມອບ ໂດຍ ທ່ານ ບຸນສະຫວ່າງ ຫຼ້າອິນແກ້ວ ຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍພະແນກຍຸຕິທຳ ນະຄອນຫຼວງ ພ້ອມດ້ວຍ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ຮັບໂດຍທ່ານ ເພັດສະມີໝອນ ຮອງນາຍບ້ານ ດອນດູ່, ມີຕົວແທນຂອງອົງການປົກຄອງແຕ່ລະບ້ານ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ບຸນສະຫວ່າງ ຫຼ້າອິນແກ້ວ ກ່າວວ່າ: ເພື່ອບໍລິການສົ່ງເສີມ, ອຳນວຍຄວາມສະດວກໃຫ້ປະຊາຊົນພາຍໃນບ້ານໄດ້ມີໂອກາດຄົ້ນຄວ້າ ຮຽນຮູ້ ເຊື່ອມຊຶມ, ເຂົ້າເຖິງກົດໝາຍໃຫ້ມີຜົນປະໂຫຍດສູງ, ສະກັດກັ້ນປະກົດການຫຍໍ້ທໍ້, ແກ້ໄຂຂໍ້ຂັດແຍ່ງຫຼຸດໜ້ອຍຖອຍລົງດ້ວຍສັນຕິວິທີ ບົນພື້ນຖານກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າ, ເພີ່ມທະວີຄວາມສາມັກຄີພາຍໃນຄອບຄົວ, ພາຍໃນບ້ານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ມີສ່ວນຮ່ວມໃນການສ້າງສາພັດທະນາຄອບຄົວ ແລະ ບ້ານໃຫ້ຈະເລີນຮຸ່ງເຮືອງສີວິໄລ.

    ດັ່ງນັ້ນ, ທາງຂະແໜງໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ຈຶ່ງໄດ້ນຳເອົາປື້ມກົດໝາຍ 4 ຂົງເຂດ ຄື: ກົດໝາຍ ແລະ ນິຕິກໍາ ຂົງເຂດເສດຖະກິດ ແລະ ການເງິນ, ຂົງເຂດແຮງງານ ແລະ ຊັບພະຍາກອນທຳມະຊາດ, ຂົງເຂດວັດທະນະທຳ-ສັງຄົມ, ກົດໝາຍ ແລະ ນິຕິກຳ ຂົງເຂດຍຸຕິທຳ ແລະ ປື້ມສັງລວມກົດໝາຍສະບັບປັບປຸງ ທັງໝົດຈຳນວນ 71 ຫົວ,ລວມມູນຄ່າ 6.340.000 ກີບ, ມາມອບເຂົ້າໃສ່ຕູ້ປື້ມກົດໝາຍປະຈຳບ້ານຄື: ບ້ານດອນດູ່, ນາທາມ, ບໍ່ໂອ, ທ່ານາ, ພ້າວ, ກາງ, ແກ້ງຍາງ, ແກ້ງປາຢ້າງ, ສົມໂຮງ, ດອນຂາຊ້າຍ ແລະ ຫາດດອກແກ້ວ, ໃນໄລຍະທ້າຍເດືອນ ກໍລະກົດທີ່ຜ່ານມາໄດ້ມອບໃຫ້ ປກສ ກຸ່ມເພຍວັດ, ບ້ານເກົ້າຍອດ, ບ້ານເພຍວັດ ຂອງເມືອງ ສີສັດຕະນາກ ແລະ 7 ບ້ານ 3 ສ້າງຄື: ບ້ານອານຸ , ສີຫອມ, ວັດຈັນ, ຫາຍໂສກ, ມີໄຊ, ຊຽງຍືນ ແລະ ບ້ານໜອງປີງເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

   ສໍາລັບຜູ້ທີ່ຕ້ອງການອ່ານ, ຄົ້ນຄ້ວາປື້ມກົດໝາຍອື່ນໆ ກໍ່ສາມາດເຂົ້າໄປໃຊ້ບໍລິການທີ່ຕູ້ປື້ມກົດໝາຍປະຈຳບ້ານດັ່ງກ່າວໄດ້ ເປີດບໍລິການຟີຣ ວັນຈັນ-ວັນສຸກ, ສົນໃຈຢາກໄດ້ປື້ມປະມວນກົດໝາຍອາຍາຕິດຕໍ່ທີ່ ຂະແໜງໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໂທລະສັບ: 030 4933335, 020 78722213.          ຮູບພາບ ແລະ ຂ່າວ: ສຸວັນ ສີມະນີວົງ.