ກອງປະຊຸມຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກຍຸຕິທຳ ນະຄອນຫຼວງວຽງຈັນ

     ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ມັງກອນ 2018 ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ແລະ ທ່ານ ຄຳມາ ແສງວິໄຊ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ຕະຫຼອດຮອດພະນັກງານຂອງພະແນກຍຸຕິທຳນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິຂອງກົມການເມືອງສູນກາງພັກ ພັກປະຊາຊົນປະຕິວັດລາວ ສະບັບເລກທີ 30 ແລະ 32 /ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ພ້ອມທັງເຊື່ອມຊືມມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍ ການກຳນົດມາດຕະຖານຂອງພະນັກງານຂອງຂະແໜງຍຸຕິທຳ.
     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ ໃຫ້ແກ່ໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ , ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນການກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.
      ກອງປະຊຸມ ໄດ້ດຳເນີນມາຮອດວັນທີ່ 31  ມັງກອນ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ.

ຂ່າວ : ອ່ອນຄຳ ໄຊຍະວົງ   ພາບ ສົມຫວັງ