ເມືອງນາຊາຍທອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

     ໃນຕອນເຊົ້າຂອງວັນທີ 11 ພະຈິກ 2016 ທີ່ຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການປົົົົົົົກເມືອງນາຊາຍທອງ ນະຄອນຫວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຂຶ້ນ ໂດຍການເປັນປະທານຂອງ ທ່ານ ວິລະສັກ ນາມ ມົນຕີ ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆນາຊາຍທອງ ມີບັນດາຫົວໜ້າຫ້ອງການຈາກພະແນກຍຸຕິທໍານະຄອນຫຼວງວຽຈັນ, ຄະນະຫ້ອງການຍຸຕິທໍາເມືອງນາຊາຍທອງ ແລະ ບັນດາຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຈໍານວນ 112 ຄົນ, ຍິງ 13 ຄົນ ທີ່ມາຈາກ 54 ບ້ານພາຍໃນເມືອງນາຊາຍທອງເຂົ້າຮ່ວມ.

     ໃນການຝຶກອົບຮົມໃນຄັ້ງນີ້ ທ່ານ ໄຊຍະສິດ ພົມມະໄຊສີ ຫົວໜ້າຫ້ອງການຍຸຕິທໍາເມືອງນາຊາຍທອງ ໄດ້ກ່າວຈຸດປະສົງ ແລະ ກ່າວເປີດການຝຶກອົບຮົມໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃນຄັ້ງນີ້ ເພື່ອບໍາລຸງຍົກລະດັບໃຫ້ອົງການປົກຄອງ ບ້ານມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມນັ້ນ ກໍໄດ້ແນະນໍາກ່ຽວກັັບຂັ້ນຕອນ, ວິທີການແກ້ໄຂຂໍ້ຂັດແຍ່ງ ແລະ ເຜີຍແຜ່ກົດໝາຍທີ່ຕິດພັນກັບການດໍາລົງຊີວິດຂອງພົນລະເມືອງ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍ ມູນມໍ ຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ທະບຽນສານ ພ້ອມທັງແລກປ່ຽນບົດຮຽນ, ປະສົບການທີ່ເຄີຍແກ້ໄຂໃນລະຍະຜ່ານມາ ຂອງບັນດາຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານທີ່ມາຈາກແຕ່ລະບ້ານມານໍາສະເໜີໃຫ້ບັນດາຄະນະໄກ່ເກັ່ຍໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ.

       ໃນຕອນທ້າຍຂອງພິທີ ທ່ານປະທານ ກໍໄດ້ເນັ້ນໜັກໃຫ້ບັນດາຄະນະໄກ່ເກ່ຍ ຈົ່ງໄດ້ເອົາໃຈໃສ່ຕໍ່ການຝຶກອົບຮົມໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນສູງ, ສາມາດນໍາໄປສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຶກຕ້ອງ, ເລິກເຊິ່ງ. ພ້ອມກັນແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ຮັບປະກັນໃຫ້ມີຄວາມເປັນເອກະພາບ, ມີຄວາມສະຫງົບ ແລະ ຄູ່ກໍລະນີໄດ້ຮັບຄວາມຍຸຕິທໍາ.

ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ

ປະເພດຂ່າວ: