ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍລົງຕິດຕາມ ປະເມີນຜົນວຽກງານຝຶກອົບຮົມການເຂົ້າເຖິງກົດໝາຍຢູ່ເມືອງ ແບງ ແຂວງ ອຸດົມໄຊ

ໃນວັນທີ 7 ມິຖຸນາ 2019 ທີ່ຜ່ານມາ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ປະເມີນຜົນການຝຶກອົບຮົມການເຂົ້າເຖິງກົດໝາຍຢູ່ເມືອງ ແບງ ແຂວງ ອຸດົມໄຊ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳແຮ ໄຊຍະວົງ ວ່າການຫົວໜ້າຫ້ອງການຍຸຕິທຳເມືອງ ແບງ, ພະນັກງານທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ມີອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ທ່າກາດ ເມືອງ ແບງ ແຂວງ ອຸດົມໄຊ. 
ຈຸດປະສົງ ເພື່ອຕິດຕາມ ແລະ ປະເມີນຜົນ ກ່ຽວກັບວຽກງານຝຶກອົບຮົມການເຂົ້າເຖິງກົດໝາຍທີ່ໄດ້ຝຶກອົບຮົມໃນໄລຍະຜ່ານມາ. ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ມີຄໍາເຫັນ ໂອ້ລົມຕໍ່ພະນັກງານ ແລະ ປະຊາຊົນພາຍໃນບ້ານ ທ່າກາດ ການລົງມາຕິດຕາມ ແລະ ປະເມີນຜົນວຽກງານຝຶກອົບຮົມໃນຄັ້ງນີ້: ເພື່ອເປັນການທົບທວນບັນດາກິດຈະກຳຕ່າງໆທີ່ໄດ້ຮັບການຝຶກອົບຮົມໃນໄລຍະຜ່ານມາວ່າ ມີບົດຮຽນໃດທີ່ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຂະແໜງການຕ່າງໆແລ້ວເຫັນວ່າ ຖືກຕ້ອງກັບພຶດຕິກຳຕົວຈິງ ແລະ ໄດ້ນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍແລ້ວໄດ້ຮັບຜົນດີ, ຈຸດໃດທີ່ຄວນປັບປຸງຄືນ ແລະ ເພີ່ມເຕີມ? ພ້ອມກັນນັ້ນ, ກໍເປັນການປະເມີນຄວາມຮັບຮູ້, ຄວາມເຂົ້າໃຈຂອງປະຊາຊົນຕໍ່ກັບບົດຮຽນ, ຄວາມຮູ້ທີ່ໄດ້ຮັບການໂຄສະນາເຜີຍແຜ່ກົດໝາຍວ່າ ບົດຮຽນໃດສາມາດນຳໃຊ້ເຂົ້າໃນການດັດປັບພຶດຕິກຳນຳໄປສູ່ກົດໝາຍ ແລະ ລະບຽບການ. ບົດຮຽນ, ວິທີການ, ເຄື່ອງມືໃດທີ່ຊ່ວຍໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ ແລະ ຈຶ່ຈຳກົດໝາຍໄດ້ດີ.

ການປະເມີນແມ່ນໄດ້ສຸມໃສ່ 4 ກຸ່ມເປົ້າໝາຍຄື ກຸ່ມພະນັກງານຈາກຂະແໜງການຕ່າງໆອ້ອມຂ້າງເມືອງ, ກຸ່ມການຈັດຕັ້ງບ້ານ, ກຸ່ມປະຊາຊົນເພດຊາຍ ແລະ ກຸ່ມປະຊາຊົນເພດຍິງ ການປະເມີນແມ່ນໄດ້ຮັບການຕອບຮັບ ແລະ ໃຫ້ຂໍ້ມູນຈາກແຕ່ລະກຸ່ມເປັນຢ່າງດີ ຊຶ່ງຜົນຂອງການປະເມີນຄັ້ງນີ້ແມ່ນຈະໄດ້ນຳໄປສ້າງເປັນປຶ້ມຄູ່ມືຮັບໃຊ້ໃຫ້ແກ່ການໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ປະຊາຊົນເຂົ້າເຖິງກົດໝາຍໄດ້ຢ່າງງ່າຍດາຍ.

ຂຽນຂ່າວ-ຖ່າຍພາບໂດຍ: ຄຳພອນ ທ່າວເຈີວາງ