Submitted by wickyboubphalyvanh on
![](http://moj.gov.la/sites/default/files/styles/news_image/public/%E0%BA%81%E0%BA%BB%E0%BA%A1%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BB%80%E0%BA%9C%E0%BA%B5%E0%BA%8D%E0%BB%81%E0%BA%9C%E0%BB%88%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D/news/%E0%BA%81%E0%BA%AD%E0%BA%87%E0%BA%9B%E0%BA%B0%E0%BA%8A%E0%BA%B8%E0%BA%A1-%E0%BA%AA%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B2/1901/1901.jpg?itok=nKTD2jK_)
ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໄລຍະ 5 ປີ ຜ່ານມາ ສະນັ້ນ, ໃນວັນທີ 14 ມັງກອນ 2020 ໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູທອນ ແກ້ວດວງມະນີ ເລຂາໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ, ເປັນກຽດເຂົ້າຮ່ວມຂອງສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ, ມີສະຫາຍຮອງເລຂາຄະນະພັກ, ກຳມະການໜ່ວຍພັກ, ກຳມະການພັກກະຊວງ, ເລຂາ-ຄະນະໜ່ວຍພັກຈາກບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນຈາກກະຊວງຍຸຕິທຳ ແລະ ຈາກໜ່ວຍພັກກົມ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ໂດຍການນຳສະເໜີີຂອງສະຫາຍ ພູທອນ ແກ້ວດວງມະນີ ເລຂາໜ່ວຍພັກ ຊຶ່ງໃນບົດລາຍງານການເມືອງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ຫຼັງຈາກນັ້ນ, ສະຫາຍ ນາງ ສີສຸດາ ໂສພາວັນດີ ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານບົດສຳຫຼວດການນຳພາຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ ພ້ອມກັນນັ້ນໃນທີ່ປະຊຸມກໍຍັງໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາທິດທາງແຜນການເຄື່ອນ ໄຫວໃນ 5 ປີຕໍ່ໜ້າ ຂອງໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ.
ຫຼັງຈາກນັ້ນ ໃນກອງປະຊຸມກໍໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ສາມາດຄັດເລືອກໄດ້ 3 ສະຫາຍ ຊຶ່ງປະກອບດ້ວຍ ສະຫາຍ ພູທອນ ແກ້ວດວງມະນີ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ສີສຸດາ ໂສພາວັນດີ ເປັນຮອງເລຂາ, ສະຫາຍ ບຸນລ້ອມ ດວງມາລາ ເປັນກຳມະການໜ່ວຍພັກ ແລະ ໄດ້ເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທຳ ຈຳນວນ 10 ສະຫາຍ ແລະ ຜູ້ແທນສຳຮອງ 1 ສະຫາຍ.
ໃນຕອນທ້າຍກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ກ່ອນອື່ນສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະໜ່ວຍພັກຊຸດເກົ່າ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງໜ່ວຍພັກ ແລະ ເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ຂຽນຂ່າວ: ອ່ອນຄຳ ; ຖ່າຍພາບ: ສົມຫວັງ