ພິທີເປີດໂຕແອັບກົດໝາຍລາວ (version 3)

ໂດຍປະຕິບັດຕາມການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1753/ຫສນຍ,ກໝ, ລົງວັນທີ 10 ພະຈິກ 2016 ໄດ້ເຫັນດີໃຫ້ກະຊວງຍຸຕິທຳເປີດນຳໃຊ້ແອັບກົດໝາຍ ແລະ ແອັບຄຳສັບກົດໝາຍ ພ້ອມເປີດນຳໃຊ້ແອັບກົດໝາຍ ຢ່າງເປັນທາງການໃນວັນທີ 5 ທັນວາ 2016 ຊຶ່ງແອັບດັ່ງກ່າວແມ່ນຢູ່ພາຍໃຕ້ການຄຸ້ມຄອງ ແລະ ການພັດທະນາຂອງກະຊວງຍຸຕິທຳ ແລະ ໃນຕອນເຊົ້າຂອງວັນທີ 2 ພະຈິກ 2018 ຢູ່ທີ່ໂຮງແຮມດອນຈັນພຣາເລດ ໄດ້ຈັດພິທີເປີດໂຕແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ຂຶ້ນ ໂດຍພາຍໃຕ້ການໃຫ້ກຽດ ເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຄໍລິນ ກັອດສບີ ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ຈາກບັນດາກະຊວງ ອົງການທຽບເທົ່າອ້ອມຂ້າງສູນກາງ, ຫົວໜ້າໂຄງການລູນາ II ພ້ອມດ້ວຍທ່ານຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານປະທານກໍໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງແອັບກົດໝາຍລາວໃນການພັດທະນາ ແລະ ການປັບປຸງ (version 3) ຊຶ່ງອີງໃສ່ ແອັບ (version 1) ແລະ (version 2) ແມ່ນເຫັນວ່າຍັງບໍ່ທັນຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ເພາະວ່າແອັບ (version 1) ແລະ (version 2) ແມ່ນສາມາດຊອກໄດ້ແຕ່ສະເພາະກົດໝາຍເທົ່ານັ້ນ. ສະນັ້ນ ກະຊວງຍຸຕິທຳ ຈຶ່ງໄດ້ມີການພັດທະນາ ແລະ ປັບປຸງແອັບ (version 3) ຂຶ້ນ.

ແອັບກົດໝາຍລາວ (version 3) ແມ່ນແຫຼ່ງເກັບກຳຂໍ້ມູນທາງດ້ານກົດໝາຍ, ບັນດານິຕິກຳລຸ່ມກົດໝາຍ ທີ່ສາມາດຕອບສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງ ໄດ້ຈາກທຸກບ່ອນ, ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໝັ້ນໃຈຕໍ່ກັບຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ. ການນຳໃຊ້ແອັບດັ່ງກ່າວແມ່ນໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄວາມໝາຍຄວາມສຳຄັນຂອງຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດນຳໄປປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ປະສົບຜົນເປັນຈິງ. ນອກຈາກນັ້ນ, ຍັງມີຄວາມສະດວກໃຫ້ແກ່ພົນລະເມືອງລາວບໍ່ວ່າຈະຢູ່ໃສ ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳ ໂດຍຜ່ານໂທລະສັບມືຖືໄດ້.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: