ຝຶກອົບຮົມວຽກງານ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານພະນັກງານຂະແໜງຍຸຕິທໍາແຂວງ ບໍ່ແກ້ວ

ໃນລະຫວ່າງວັນທີ 28 ຕຸລາ - 1 ພະຈິກ 2019 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດຊຸດຝຶກອົບຮົມຄູຝຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານຂະແໜງຍຸຕິທໍາແຂວງ ບໍ່ແກ້ວ ໂດຍການເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ແລະ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ, ຜູ້ເຂົ້າຮ່ວມມີ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ນັກຝຶກອົບຮົມຈາກຫ້ອງການຍຸຕິທໍາເມືອງ ທັງ 5 ເມືອງ ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 9 ທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບທາງດ້ານຄູຝຶກໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຂະແໜງຍຸຕິທໍາຢູ່ບັນດາເມືອງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ ແລະ ນິຕິກໍາອື່ນ. ການຝຶກອົບຮົມຄັ້ງນີ້ ນັກຝຶກອົບຮົມຈະໄດ້ຮຽນຮູ້ກ່ຽວກັບ ເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ກົດໝາຍ ຫຼື ນິຕິກໍາທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ, ສະພາບການຄ້າມະນຸດໂດຍສັງເຂບ, ການເຂົ້າເຖິງສື່ໂຄສະນາເຜີຍແຜ່ກົດໝາຍ, ການເອົາເດັກມາເປັນລູກລ້ຽງແອບແຝງ, ການແຕ່ງດອງແອບແຝງ, ການກໍານົດຕົວຜູ້ຖືກເຄາະຮ້າຍ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຊ່ວຍເຫຼືອ ແລະ ປ້ອງກັນຜູ້ຖືກເຄາະຮ້າຍທາງດ້ານກົດໝາຍ. ຕະຫຼອດໄລຍະຂອງການຝຶກອົບຮົມ ເຫັນວ່ານັກຝຶກອົບຮົມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ຍົກເອົາບັນຫາທີ່ເກີດຂຶ້ນຕົວຈິງໃນສັງຄົມຂຶ້ນມາສົນທະນາ, ຈັດເປັນກຸ່ມຄົ້ນຄວ້າ ແລະ ຂຶ້ນລາຍງານ ເພື່ອເປັນການແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ວຍບັນຍາກາດທີ່ຟົດຟື້ນ.
ຕອນທ້າຍ ທ່ານພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ກໍໄດ້ມີຄໍາເຫັນ ແລະ ໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ ສິດສອນ, ຄົ້ນຄ້ວາ ຮໍ່າຮຽນດ້ວຍຄວາມຕັ້ງໃຈ ແລະ ມີຄວາມຮັບຜິດຊອບສູງ ແລະ ໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຢູ່ກົມກອງ ແລະ ວຽກງານທີ່ຕົນຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເທື່ອລະກ້າວ ຊຸດຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 5 ວັນ ແລະ ປິດລົງວັນທີ 1 ພະຈິກ 2019.

ພາບ: ວຽງໄຊ, ຂ່າວ: ສີພັນ.

ປະເພດຂ່າວ: