ຜູ້ປະສານງານຂອງພະແນກຍຸຕິທຳທ້ອງຖິ່ນ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບ ເຕັກນິກການໂຄສະນາກົດໝາຍ ແລະ ວຽກງານເວັບໄຊກະຊວງຍຸຕິທຳ

     ພາຍຫຼັງທີ່ນັກສຳມະນາກອນ ກໍຄືຜູ້ປະສານງານທ້ອງຖິ່ນທີ່ມາຈາກພະແນກຍຸຕິທຳບັນດາແຂວງພາກກາງ ໄດ້ສຳເລັດການເຂົ້າຮ່ວມຝຶກອົບຮົມຕາໜ່າງໂຄສະນາກົດໝາຍ ແລະ ເວັບໄຊກະຊວງຍຸຕິທຳ ໃນວັນທີ 23 ມີນາ ທີ່ ຜ່ານມາ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານເຕັກນິກການໂຄສະນາກົດໝາຍ, ວິທີການຂຽນຂ່າວປະເພດຕ່າງໆ ແລະ ວິທີການລຳລຽງ ຫຼື ປ້ອນຂໍ້ມູນຂ່າວສານມາສູ່ສູນກາງ ກໍຄືກະຊວງຍຸຕິທຳ ໃຫ້ຫຼາຍຂຶ້ນ.

     ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນໂດຍກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຊຶ່ງດຳເນີນເປັນເວລາ 3 ວັນ (ວັນທີ 21-23 ມີນາ 2017); ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທ່ານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳກົມໂຄສະນາເຜີຍແຜ່ກົດໝາຍ. ໃນນີ້, ມີບັນດາຜູ້ປະສານງານທີ່ມາຈາກພະແນກຍຸຕິທຳທ້ອງຖິ່ນ ຊຶ່ງປະກອບມີ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄໍາໄຊ ແລະ ແຂວງໄຊສົມບູນ ຈຳນວນທັງໝົດ 12 ທ່ານ ຍິງ 2 ທ່ານ; ການຝຶກອົບຮົມຄັ້ງນີ້ໄດ້ສະເໜີບົດຮຽນ  ແລະ ແລກປ່ຽນຖອດຖອນບົດຮຽນລະຫວ່າງຄູ, ອາຈານ ແລະ ນັກສຳມະນາກອນ ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນກ່ຽວກັບວຽກງານດັ່ງກ່າວ ໃນນັ້ນລວມມີພາກທິດສະດີ ແລະ ປະຕິບັດຕົວຈິງ ຄື ເຕັກນິກການໂຄສະນາກົດໝາຍ, ຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ຈັນຍາບັນ-ຈັນຍາທຳຂອງນັກໂຄສະນາກົດໝາຍ ແລະ ນັກຂ່າວ, ວິທີ-ຂັ້ນຕອນການຂຽນຂ່າວ ແລະ ວິທີຮັບ-ສົ່ງຂໍ້ມູນຂ່າວສານດ້ານກົດໝາຍ ແລະ ວິທີການປ້ອນບົດຂ່າວການເຄື່ອນໄຫວວຽກງານໃນຂະແໜງການຍຸຕິທໍາ ລົງ ເວັບໄຊກະຊວງຍຸຕິທຳ (www.moj.gov.la) ຊຶ່ງເປັນສູນລວມແຫຼ່ງຂ່າວສານໃນການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ເຜີຍແຜ່ການເຄື່ອນໄຫວວຽກງານຂອງຂະແໜງການຍຸຕິທໍາໄດ້ຢ່າງ ກວ້າງຂວາງ, ຖືກຕ້ອງ ແລະ ຢ່າງວ່ອງໄວທັນການຂຶ້ນກວ່າເກົ່າ.

     ໃນພິທີປິດຊຸດຝຶກອົບຮົມ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ເນັ້ນໜັກໃຫ້ຜູ້ປະສານງານທີ່ຜ່ານການຝຶກອົບຮົມໃນຊຸດນີ້ ຈົ່ງນຳເອົາຜົນສຳເລັດຂອງການຝຶກອົບຮົມລາຍ ງານຕໍ່ຄະນະພັກ-ຄະນະນຳພະແນກຂອງແຕ່ລະແຂວງໃຫ້ຮັບຮູ້ ເພື່ອໃຫ້ຂັ້ນເທິງເຫັນໄດ້ຄວາມໝາຍສຳຄັນຂອງວຽກງານດັ່ງກ່າວ ແລ້ວອຳນວຍຄວາມສະດວກໃຫ້ການເຄື່ອນໄຫວວຽກງານໂຄສະນາກົດໝາຍ ໃຫ້ກວ້າງຂວາງ ແລະ ວ່ອງໄວຂຶ້ນກວ່າເກົ່າ; ພ້ອມທັງຫວັງວ່າບັນດາທ່ານຜູ້ປະສານງານຈະນຳເອົາບົດຮຽນຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ ຊາຍພິມພອນ ສິຣິວົງໄຊ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: