ທາບທາມຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຢູ່ 8 ແຂວງ ພາກເໜືອ

ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶ້ນລະຫວ່າງວັນທີ 8 ຫາ 9 ເມສາ 2019 ຢູ່ທີ່ ໂຮງແຮມແກຣນຫຼວງພະບາງ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ. ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ກະຊວງຍຸຕິທຳ, ມີທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ຫຼວງພະບາງ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງ ໄຊຍະບູລີ, ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານ ເຊກາ (CEGGA), ພະນັກງານວິຊາການພາຍໃນກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າ, ຮອງຫົວໜ້າ ພະແນກການຕ່າງໆ ອ້ອມຂ້າງແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 61 ທ່ານ, ຍິງ 11 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອທາບທາມ ຄໍາຄິດ, ຄໍາເຫັນ ຂອງບັນດາຜູ້ແທນ 8 ແຂວງ ພາກເໜືອ ໃສ່ເນື້ອໃນ (ຮ່າງ) ດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີເນື້ອໃນອັນຄົບຖ້ວນ, ສົມບູນ, ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ຊຶ່ງໄດ້ເປີດກອງປະຊຸມທາບທາມ ຄໍາຄິດຄໍາເຫັນຂອງຜູ້ແທນມາແລ້ວ 2 ຄັ້ງຄື: ພາກກາງ ແລະ ພາກໃຕ້. ພາຍຫຼັງກ່າວເປີດກອງປະຊຸມ ທ່ານ ປອ ເສີມສຸກ ສິມພະວົງ ໃນນາມປະທານກອງປະຊຸມກໍໄດ້ມີຄຳເຫັນ ແລະ ຄຳໂອ້ລົມຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ, ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດກົດໝາຍໃນໄລຍະຜ່ານມາ, ສະພາບ, ຈຸດພິເສດ ແລະ ຄວາມຈໍາເປັນ ໃນການສ້າງ (ຮ່າງ) ດໍາລັດສະບັບນີ້, ເນັ້ນໜັກໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນໃນການປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດໍາລັັດ ແຕ່ລະໝວດ, ແຕ່ລະມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ບໍ່ທັນແທດເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ ດ້ວຍຄວາມຈິງໃຈ ເພື່ອເຮັດໃຫ້ເນື້ອໃນ (ຮ່າງ) ດໍາລັດສະບັບນີ້ມີຄວາມສົມບູນ, ຖືກຕ້ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຈາກນັ້ນ, ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານ ເຊກາ (CEGGA), ກໍໄດ້ມີຄໍາເຫັນ ແລະ ນໍາສະເໜີໂດຍຫຍໍ້ ກ່ຽວກັບຄວາມເປັນມາຂອງໂຄງການ, ຈຸດປະສົງ ແລະ ເປົ້າໝາຍການສະໜັບສະໜູນ, ການຊ່ວຍເຫຼືອຂອງໂຄງການ ເຊກາຢູ່ ສປປ ລາວ. ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບ ການກະກຽມ, ການສ້າງ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍໃນໄລຍະຜ່ານມາ. ຈຸດປະສົງຂອງການສ້າງ (ຮ່າງ) ດໍາລັດສະບັບນີ້ ກໍເພື່ອເປັນການກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຖືກຕ້ອງ, ເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ຮັບປະກັນໃຫ້ແຕ່ລະຂະແໜງການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຕາມຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທໍາໃນສັງຄົມ.
ພາຍຫຼັງໄດ້ຮັບຟັງ ຈຸດປະສົງ ແລະ ເປົ້າໝາຍແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນ ປະກອບ ຄໍາຄິດ, ຄໍາເຫັນໃສ່ເນື້ອໃນ (ຮ່າງ) ດໍາລັດ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ສະບັບນີ້ ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ (ຮ່າງ) ດໍາລັດສະບັບນີ້ ປະກອບດ້ວຍ 13 ໝວດ, 65 ມາດຕາ
ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 9 ເມສາ 2019.

ຂຽນຂ່າວ-ຖ່າຍພາບ: ສີພັນ ສິງພະຈັນ

ປະເພດຂ່າວ: