ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງອຸດົມໄຊ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ

    ໃນຕອນ​ບ່າຍ​ຂອງ​ວັນ​ທີ 7 ມີນາ 2018 ທີ່ພະແນກຍຸຕິທຳແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ​ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ ເຂົ້າ​ຮ່ວມມີ​ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານຫົວໜ້າພະແນກຍຸຕິທຳແຂວງ, ທ່ານຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງຂັ້ນສູນກາງກໍຄືຜູ້ຮັບຜິດຊອບວຽກງານຕົວຈິງ ຈາກກະຊວງຍຸຕິທໍາກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ.

    ຫຼັງຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍກໍໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນລະຍະຜ່ານມາຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນ ທ່ານ ພົມມະສຸກ ມອນຈັນດີ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂອດການປະສານງານກັບຜູ້ທີ່ຮັບຜິດຊອບຂອງກະຊວງຍຸຕິທໍາ  ແລະ ການສັງລວມບັນດານິຕິກຳຂອງແຂວງ ມາລົງຈົດໝາຍເຫດທາງລັດຖະການ.

     ໃນກອງປະຊຸມຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ແລກປ່ຽນບົດຮຽນ ແລະ ປຶກສາຫາລື ເຊິ່ງກັນ ແລະ ກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານຢ່າງກົງໄປກົງມາ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນດານິຕິກໍາຂອງແຂວງ ຖືກພິມລົງຈົດ ໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍ ແລະ ປົກກະຕິ.

     ພາຍຫຼັງສໍາເລັດກອງປະຊຸມແລ້ວ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບທ່ານເຈົ້າແຂວງ ແຂວງອຸດົມໄຊ ຕື່ມອີກ.

       

ປະເພດຂ່າວ: