ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ແລະ ມູນນິທິເອເຊຍຫາລືວາງແຜນຮ່ວມມືນໍາກັນໃນ 4ປີຕໍ່ໜ້າ

ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຮ່ວມກັບມູນນິທິເອເຊຍ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ເພື່ອວາງແຜນກໍານົດວຽກງານທີ່ຈະເຮັດຮ່ວມກັນໃນ 4ປີຕໍ່ໜ້າ (2019-2022) ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15 ມີນາ 2019 ຢູ່ທີ່ທ່າລາດ ແຂວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກມູນນິທິເອເຊຍມີ ທ່ານ ນາງ ວາດສະໜາ ສິນທະວົງ ຜູ້ຮັບຜິດຊອບອາວຸໂສແຜນງານຄຸ້ມຄອງລັດດ້ວຍກົດໝາຍ ພ້ອມດ້ວຍວິຊາການ 2 ທ່ານ, ທ່ານ ບຸນຖົມ ແພງລັດຕະນະວົງ ຫົວໜ້າພະແນກຮ່ວມມືອົງການຈັດຕັ້ງສາກົນ ກົມຮ່ວມມືສາກົນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 17 ທ່ານ, ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນສ້າງເຄື່ອງມືທີ່ເປັນອັນໃໝ່ໃຫ້ແກ່ວຽກງານໂຄສະ ນາເຜີຍແຜ່ກົດໝາຍ ເພື່ອແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພົນສະເມືອງ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ເຂົ້າໃຈຢ່າງຈະແຈ້ງຕໍ່ບັນຫາກົດໝາຍ ເຮັດໃຫ້ທຸກຄົນໃນສັງຄົມມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດເທື່ອລະກ້າວ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ. ເປົ້າໝາຍເບື້ອງຕົ້ນໃນການສ້າງເຄື່ອງມືໂຄສະນາເຜີຍ ແຜ່ກົດໝາຍ ແມ່ນເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງບາງກົດໝາຍຄື: ການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການເຂົ້າເຖິງປະມວນກົດໝາຍອາຍາ ກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ການເຂົ້າເຖິງປະມວນກົດໝາຍອາຍາກ່ຽວກັບຢາເສດ ຕິດ, ການເຂົ້າເຖິງປະມວນກົດໝາຍອາຍາກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ປັບປຸງປື້ມເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ຝືກອົບຮົມການເປັນຄູຝືກຂັ້ນສູນກາງ, ຝືກອົບຮົມການເປັນຄູຝືກຂັ້ນແຂວງ, ຝຶກອົບຮົມເຕັກນິກການໂຄສະນາໃຫ້ພະນັກງານຂັ້ນ ເມືອງ, ສ້າງຂີດຄວາມສາມາດດ້ານວິຊາສະເພາະໃຫ້ພະນັກງານ ກົມໂຄສະນາເຜີຍແຜ່ກົດໝາຍ, ຝຶກອົບຮົມເຕັກນິກການຈັດໜ້າວາລະສານ ສ້າງ ແລະ ພັດທະນາຜະລິດຕະພັນໂຄສະນາເຜີຍແຜ່ກົດໝາຍ (ແຜ່ນພັບ, ໂປດສະເຕີ, ສະຕິກເກີ, ພິມປື້ມກົດໝາຍ, ສ້າງລະຄອນສັ້ນ ແລະ ສະປອດໂຄສະນາ) ແລະ ວຽກງານອື່ນໆ ອີກຈໍານວນໜຶ່ງ

ພາຍຫຼັງທີ່ໄດ້ຮັບຮູ້ຈຸດປະສົງ ແລະ ຄວາມສໍາຄັນຂອງວຽກງານແລ້ວຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າ, ປືກສາຫາລື, ປະກອບຄໍາເຫັນໃສ່ຮ່າງແຜນວຽກ ກ່ຽວກັບການສ້າງເອກະສານໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີຄວາມສອດຄ່ອງ, ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມທັງກໍານົດບັນດາຫົວຂໍ້, ກິດຈະກໍາຕ່າງໆ ໃຫ້ມີຄວາມສອດຄ່ອງ ເພື່ອຄວາມ ເປັນເອກະພາບກັນໃນຕໍ່ໜ້າ ແລະ ຍາວນານ. ກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ອັດລົງໃນວັນທີ 15 ມີນາ 2019.

ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: