ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ຕ້ານການຄ້າມະນຸດ

     ກົມໂຄສະນາອົມຮົມກົດໝາຍ, ກະຊວງຍຸຕິທຳໄດ້ເປີດບັ້ນຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ຕ້ານການຄ້າມະນຸດ ຢູ່ທີ່ສະໂມສອນປົກຄອງເມືອງ ເມືອງສັງທອງ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 20-22 ມີນາ 2017 ຜ່ານມານີ້ ໂດຍເປັນປະທານ ຂອງ ທ່ານ ສຈ ເກດ ກຽດຕິສັກ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳມູນ ຕຽງທາລາດ, ຄະນະພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງເມືອງສັງທອງ, ຫ້ອງການຍຸຕິທຳເມືອງ, ປກຊ, ຫ້ອງວ່າການປົກຄອງເມືອງ, ຫ້ອງການສຶກສາເມືອງ, ກວດກາພັກ-ລັດ, ຫ້ອງການ ແລະ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ພະນັກງານອ້ອມຂ້າງເມືອງ ຈຳນວນ 53 ຍິງ 12 ຄົນ.

     ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແມ່ນເພື່ຶອຍົກສູງຄວາມເຂົ້າໃຈ, ຄວາມຮູ້ໃຫ້ແກ່ພະນັກງານຂະແໜງການທີ່ກ່ຽວຂ້ອງເມືອງໄດ້ຮັບຮູ້ກ່ຽວກັບວິທີການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອເຮັດໜ້າທີ່ປົກປ້ອງສິດ ຂອງພົນລະເມືອງຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຈາກວິທີການຕ່າງໆ; ການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍອອກຈາກສະຖານທີ່ຂອງການຄ້າມະນຸດ, ພ້ອມທັງສຶກສາອົບຮົມ, ປຸກລະດົມແກ່ປະຊາຊົນ ລາວບັນດາເຜົ່າໃຫ້ເຂົ້າໃຈຕໍ່ຜົນຮ້າຍຈາກຂະບວນການຂອງການຄ້າມະນຸດດ້ວຍວິທີການຕ່າງໆ ໂດຍສະເພາະ ແມ່ນການໂຄສະນາຂົນຂວຍ, ຊັກຊວນ, ຫຼອກລວງເອົາປະຊາຊົນລາວໃຫ້ຕົກໃນຂະບວນການຄ້າມະນຸດ, ການຮູ້ຈັກ ຊອກຫາວີທີທາງອອກ ຫຼື ແຈ້ງຕໍ່ເຈົ້າໜ້າທີ່ເມື່ອຮູ້ວ່າຕົນໄດ້ຕົກຢູ່ໃນສະພາບຂອງການຄ້າມະນຸດ, ການຝຶກອົບຮົມຄັ້ງນີ້, ບັນດານັກສຳມະນາກອນໄດ້ຮັບການຝຶກອົບຮົມ 5 ເນື້ອໃນຕົ້ນຕໍ ຄື: ການຮ່ວມມືທາງດ້ານຍຸຕິທຳກັບສາ ກົນ, ນິຕິກຳຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ສິ່ງທີ່ຄວນເອົາໃຈໃສ່ເປັນພິເສດສຳລັບເດັກຜູ້ທີ່ຖືກເຄາະຮ້າຍ, ຄວາມສຳຄັນຂອງການລະ ບຸຕົວ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ກໍລະນີສຶກສາຈຳນວນໜຶ່ງ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: