ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 ຫາ 27 ມີນາ 2019 ຢູ່ທີ່ ໂຮງແຮມວິໄລສັກ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ຕາງໜ້າຈາກໂຄງການ ເຊກາ (CEGGA), ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 22 ທານ, ຍິງ 6 ທ່ານ. 

ຈຸດປະສົງຂອງກອງປະຊຸມ ເພື່ອຄົ້ນຄວ້າ, ປຶກສາຫາລື ບັນດາຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາກະຊວງ, ອົງການລັດທຽບເທົ່າຂັ້ນສູນກາງ ທີ່ໄດ້ປະກອບໃນກອງປະຊຸມຄັ້ງວັນທີ 28 ກຸມພາ ຫາ 1 ມີນາ 2019 ທີ່ຜ່ານມາ.ຈາກນັ້ັ້ນ, ທ່ານປະທານກອງປະຊຸມກໍໄດ້ມີຄຳເຫັນ ແລະ ເນັ້ນໜັກຕໍ່ກອງປະຊຸມໃນຄັ້ງນີ້, ຊຶ່ງທ່ານໄດ້ສະເໜີ ແລະ ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ, ປຶກສາຫາລື ບັນດາຄໍາຄິດຄໍາເຫັນທີ່ຫຼາຍພາກສ່ວນໄດ້ປະກອບຄໍາຄິດຄໍາເຫັນໃນກອງປະຊຸມຄັ້ງທີ່ຜ່ານມານັ້ນ ເພື່ອໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ກ້າວໄປສູ່ການຈັດກອງປະຊຸມເປີດກວ້າງໃນຂັ້ນຕໍ່ໄປ. 
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ, ປັບປຸງບັນດາຄໍາຄິດຄໍາເຫັນ, ປຶກສາຫາລື, ສັບຊ້ອນຮຽບຮຽງຄໍາສັບຕ່າງໆ ແລະ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ມີຄວາມເປັນເອກະພາບ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ແລະ ຈະອັດລົງໃນວັນທີ 27 ມີນາ 2019.

ຂຽນຂ່າວ-ຖ່າຍພາບ: ສີພັນ ສິງພະຈັນ

ປະເພດຂ່າວ: