ກອງປະຊຸມປຶກສາຫາລືຂຽນ ຮ່າງດຳລັດ

ທີ່ ໂຮງແຮມ ດອກຈຳປາ ແຂວງ ບໍລິຄຳໄຊ ເມືອງ ປາກຊັນ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຮ່ວມກັບຫຼາຍພາກສ່ວນ ໄດ້ຈັດກອງປະຊຸມປຶກສາຫາລືຂຽນເນື້ອໃນຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶຶ້ນໃນລະຫວ່າງ ວັນທີ 11 ຫາ ວັນທີ 15 ກຸມພາ 2019 ໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ສົມພູ ແກ້ວມູນມະນີ ທີ່ປຶກສາແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເປັນຄະນະປະທານ, ມີ ທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 22 ຍິງ 8 ທ່ານ.

ຄະນະປະທານກອງປະຊຸມໄດ້ກ່າວວ່າ ການດຳເນີນກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ຄະນະຮັບຜິດຊອບຂຽນເນື້ອໃນຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ປຶກສາຫາລືກັນຢ່າງກ້ວາງຂວາງ ກົງໄປກົງມາຢ່າງມີຈຸດສຸ່ມ ສາມາດກຳນົດເນື້ອໃນແຕ່ລະໝວດ, ແຕ່ລະມາດຕາໃຫ້ຄົບຖວ້ນສົມບູນ ພ້ອມທັງຮັບປະກັນຄວາມສອດຄ່ອງກັບກົດໝາຍ ແລະ ສະພາບການຕົວຈິງໃນສັງຄົມ ເຮັດໃຫ້ດຳລັດສະບັບດັ່ງກ່າວ ສາມາດເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມ, ຊຸກຍູ້, ປະເມີນຜົນ ແລະ ເພື່ອຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ໄດ້ຮັບປະສິດຕິພາບ, ປະສິດທິຜົນຫຼາຍຂຶ້ນ. ໂຄງຮ່າງຂັ້ນພື້ນຖານຂອງດຳລັດສະບັບນີ້ປະກອບ ມີ 14 ໝວດ 62 ມາດຕາ ຊຶ່ງຄະນະຮັບຜິດຊອບໄດ້ແບ່ງອອກເປັນ 3 ກຸ່ມ ຮັບຜິດຊອບຂຽນເນື້ອໃນ ຄື: ກຸ່ມທີ 1 ຮັບຜິດຊອບແຕ່ໝວດທີ 1 ຫາ ໝວດ ທີ 3, ກຸ່ມທີ 2 ຮັບຜິດຊອບ ແຕ່ໝວດທີ 4 ຫາ ໝວດ ທີ 8 ແລະ ກຸ່ມທີ 3 ຮັບຜິດຊອບ ແຕ່ໝວດທີ 9 ຫາ ໝວດທີ 14.

ຜ່ານການດຳເນີນກອງປະຊຸມໄປເປັນເວລາໜຶ່ງວັນ ຫົວໜ້າແຕ່ລະກຸ່ມໄດ້ໃຫ້ຂໍ້ສະຫຼຸບເປັນເອກະພາບກັນວ່າ ຄະນະຮັບຜິດຊອບແຕ່ລະກຸ່ມ ແມ່ນໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື ຕົກລົງເປັນໝູ່ຄະນະ ສາມາດປະກອບເນື້ອໃນເຂົ້າໃນແຕ່ລະໝວດ ແລະ ແຕ່ລະມາດຕາ ໄດ້ຈຳນວນໝຶ່ງ ແລະ ຈະສືບຕໍ່ຄົ້ນ ຄ້ວາໄປຈົນເຖິງ ວັນທີ 15 ກຸມພາ 2019 ໃຫ້ສຳເລັດໃນຂັ້ນຕອນເບື້ອງຕົ້ນ.

ປະເພດຂ່າວ: