ກອງປະຊຸມທາບທາມຄຳເຫັນໃສ່ ຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ສິງຫາ 2019 ທີ່ ໂຮງແຮມ ຄຣາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະ ມົນຕີກະຊວງຍຸຕິທຳ ເຂົ້າຮ່ວມມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງດຳລັດ ແລະ ພະນັກງານວິຊາການກົດໝາຍທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດຈຳນວນ 33 ທ່ານ, ຍິງ 10 ທ່ານ.

ໃນກອງປະຊຸມທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຂຶ້ນສະເໜີກ່ຽວກັບສະພາບລວມ ແລະ ໂຄງຮ່າງ ຂອງດໍາລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຊຶ່ງຮ່າງດຳລັດສະບັບດັ່ງກ່າວ ປະກອບມີ 11 ໝວດ, 59 ມາດຕາ ໃນນັ້ນ, ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງຂອງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ, ເພື່ອເປັນການສ້າງສະຕິເຄົາ ລົບ ແລະ ປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງລາວ ພ້ອມກັນນັ້ນກໍເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປໃນລວງດຽວກັນໃນຂອບເຂດທົ່ວປະເທດ ແນໃສ່ຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ປະກອບສ່ວນເຂົ້າໃນການສ້າງລັດຂອງ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ປະ ກອບຄຳຄິດຄຳເຫັນໃສ່ຮ່າງດຳລັດດັ່ງກ່າວ ໂດຍລົງເລິກໃສ່ບັນດາໝວດ ແລະ ມາດຕາ ຢ່າງລະອຽດ ແລະ ມີຄວາມຮັບຜິດຊອບສູງ ແນ່ໃສ່ເຮັດໃຫ້ຮ່າງດຳລັດ ວ່າດ້ວຍການໂຄສະນາເຜີຍແຜ່ກົດໝາຍ ມີເນື້ອໃນທີ່ຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ.

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ, ຖ່າຍພາບ: ສີປະໄພ ເພັດປະທຸມມາ

ປະເພດຂ່າວ: