ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ທີ່ ເມືອງ ລະມາມ, ແຂວງ ເຊກອງ

      ໃນວັນທີ 20-21 ກຸມພາ 2017 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງລະມາມ ແຂວງເຊກອງ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານ ການຄ້າມະນຸດຂຶ້ນ ໂດຍການເປັນປະທານຂອງ ທ່ານ ແພງສີ ສີລາວີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆລະມາມ, ມີ ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ບຸນລ້ອມ ດວງ ມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ວິຊາການຈາກກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທຳ ແລະ ບັນດາສໍາມະນາກອນຈາກຂະແໜງການຕ່າງໆອ້ອມຂ້າງເມືອງລະມາມ ແຂວງເຊກອງ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 9 ທ່ານ.

     ຈຸດປະສົງຂອງຊຸດຝຶກອົບຮົມ ແມ່ນເພື່ອເຮັດໃຫ້ພະນັກງານທີ່ເຮັດໜ້າທີ່ປົກປ້ອງກົດໝາຍ ໂດຍສະເພາະແມ່ນພະນັກງານຂະແໜງການຕ່າງໆອ້ອມຂ້າງເມືອງລະມາມ ແຂວງເຊກອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງພາຍໃນປະເທດໃນການປົກປ້ອງ, ການສືບສວນ-ສອບສວນ ແລະ ການດຳເນີນຄະດີກ່ຽວກັບການຄ້າມະນຸດ ພ້ອມທັງ ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

     ຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສົນທິສັນຍາ ແລະ ອະນຸສັນຍາກ່ຽວກັບການຄ້າບຸກຄົນ, ບັນດານິຕິກຳຂອງ ສປປ ລາວ ກ່ຽວກັບການຄ້າມະນຸດ, ຄວາມສໍາຄັນຂອງການລະບຸຕົວບຸກຄົນ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການຮ່ວມມືລະຫວ່າງຊາດ ເພື່ອປ້ອງກັນການຄ້າມະນຸດ. ພ້ອມດຽວກັນນັ້ນ, ຍັງໄດ້ຍົກໃຫ້ເຫັນແຕ່ລະກໍລະນີສຶກສາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ສະແດງຄວາມຄິດ ເຫັນຕໍ່ກັບການຕ້ານການຄ້າມະນຸດ.

 

     ໃນຕອນທ້າຍຂອງຊຸດຝຶກອົບຮົມ ຕາງໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ມອບປືຶ້ມກົດໝາຍ 4 ຂົງເຂດ ຈຳນວນ 10 ຊຸດ ລວມທັງໝົດ 40 ຫົວ ແລະ ສື່ໂຄສະນາຈຳນວນໜຶ່ງ ໃຫ້ແກ່ຫ້ອງການຍຸຕິທຳເມືອງລະມາມ ແຂວງເຊກອງ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານອີກດ້ວຍ.

 

ຂ່າວ: ສີປະໄພ,   ພາບ: ຊາຍພິມພອນ, ສຸກສາຄອນ

ປະເພດຂ່າວ: