ສຳເລັດການຝຶກອົບຮົມການຄຸ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ

     ໃນລະຫວ່າງ ວັນທີ 14-15 ມິຖຸນາ 2016 ກົມໂຄສະນາອົບຮົມກົດໝາຍ ໄດ້ເປີດຊຸດຝຶກອົບຮົມການຄຸ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ຢູ່ທີ່ສະໂມສອນກະຊວງຍຸຕິທຳ, ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະ ວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳກົມໂຄສະນາອົບຮົມກົດໝາຍ, ມີທ່ານ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ຄະນະບັນນາທິການຂອງກົມໂຄສະນາອົບຮົມກົດໝາຍ, ຜູ້ປະສານງານທີ່ມາຈາກຫ້ອງ ການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເຂົ້າຮ່ວມທັງໝົດ 34  ທ່ານ, ຍິງ 8 ທ່ານ, ໂດຍການສະໜັບສະໜູນຂອງ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດ ໝາຍ (SPLSMP)

     ຈຸດປະສົງການ​ຝຶກ​ອົບຮົມ​ຄັ້ງ​ນີ້ ເພື່ອຍົກສູງການຄຸ້ມຄອງບໍລິຫານໃຫ້ແກ່ຄະນະຄູ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ໃຫ້ມີຄວາມອາດສາມາດໃນການປັງປຸງ, ພັດທະນາເວັບໄຊກະຊວງຍຸຕິທຳ; ບຳລຸງ, ຍົກລະດັບດ້ານຄວາມຮູ້, ເຕັກນິກ ໃຫ້ແກ່ບັນ ດາຜູ້ປະສານງານພາຍໃນກະຊວງ ໃຫ້ມີຄວາມສາມາດໃນການສົ່ງ ຂໍ້ມູນ ຂ່າວສານ ແລະ ເອກະສານລັດຖະການ ລົງໃນເວັບໄຊກະຊວງຍຸຕິທຳ ໃຫ້ຫຼາຍ ແລະ ທັນກັບສະພາບການ; ຮັບປະກັນໃຫ້ແກ່ການຄຸ້ມຄອງບໍລິຫານ ແລະ ການສົ່ງຂໍ້ມູນ ຂ່າວສານ ໃຫ້ເປັນປົກກະຕິ ເພື່ອຄວາມຍື່ນຍົງຂອງວຽກງານດັ່ງກ່າວໃນຕໍ່ໜ້າ.

     ການຝຶກອົບຮົມໃນຄັ້ງນີ້ ຜູ້​ເຂົ້າ​ຮ່ວມ ໄດ້ຮັບຟັງ​ການເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທຳ ເລກທີ 518/ກຍ ວ່າດ້ວຍ ການຄຸ້ມຄອງເວັບໄຊກະຊວງຍຸຕິທຳ, ລົງວັນທີ 13/6/2016; ຮັບຟັງການສະເໜີພາບລວມຂອງວຽກງານເວັບໄຊຈົດ ໝາຍເຫດທາງລັດຖະການ; ການສະເໜີພາບລວມເວັບໄຊກະຊວງຍຸຕິທຳ ແລະ ລາຍລະອຽດຂອງເມນູຫຼັກຕ່າງໆ; ສະເໜີພາກທິດສະດີ ແລະ ການເຮັດທົດລອງຝຶກຫັດຕົວຈິງ. ພາຍຫຼັງທີ່ໄດ້ຮັບ​ຟັງ​ການສະເໜີເອກະສານຕ່າງໆແລ້ວ ຜູ້ບັນລະຍາຍແຕ່ລະ ເອກະສານ ໄດ້ໃຫ້ເວລາແກ່ຜູ້ເຂົ້າຮ່ວມໄດ້ສົນທະນາ ແລກປ່ຽນບົດຮຽນ ແລະ ຖາມ-ຕອບ ຂໍ້ຂອງໃຈ. ພ້ອມກັນນັ້ນ ຍັງ​ໄດ້​ຮຽນ​ລະບົບການ​ບໍລິຫານ​ຂ່າວ, ການບໍລິຫານ​ເອກະສານ, ການ ສົ່ງ-ຮັບຂໍ້ມູນຕົວຈິງ ລົງໃນເວັບໄຊກະຊວງ. ຫຼັງຈາກທີ່ຜູ້ເຂົ້າຮ່ວມ ໄດ້ຮໍ່າຮຽນພາກທິດສະດີແລ້ວ ກໍໄດ້ເຮັດທົດລອງຕົວຈິງ ໂດຍການມອບລະຫັດຜ່ານ ( ພາດສະເວີດ ) ໃຫ້ຜູ່ເຂົ້າຮ່ວມ ທີ່ປະກອບດ້ວຍ 2 ກຸ່ມຄື: ກຸ່ມຄະ ນະບັນນາທິການ ແລະ ກຸ່ມຜູ້ປະ ສານງານພາຍໃນກະຊວງ ທົດລອງ ການປ້ອນບົດຂ່າວ ຂໍ້ມູນ ຂ່າວ ສານ ແລະ ເອກະສານລັດຖະການ ລົງໃນເວັບໄຊກະຊວງຍຸຕິທຳ ດ້ວຍລະບົບທີ່ທັນສະໄໝ ໂດຍຜ່ານອິນເຕີເນັດ (ອ່ອນໄລ) ຊື່ງລະຫັດທີ່ໄດ້ມອບໃຫ້ຄະນະບັນນາທິການ ແລະ ຜູ້ປະສານງານແຕ່ລະກົມນັ້ນ ຈະເປັນລະຫັດຜ່ານທີ່ຜູ້ປະສານງານ ຕ້ອງໄດ້ນຳ ໃຊ້ເພື່ອປ້ອນບົດຂ່າວ ຂໍ້ມູນ ຂ່າວສານ ຂອງກົມກອງຕົນດ້ວຍຕົນເອງ. ພາຍຫຼັງທີ່ ບົດຂ່າວ ຂໍ້ມູນ ຂ່າວສານ ຖືກສົ່ງຜ່ານທາງລະບົບອິນເຕີເນັດແລ້ວ ຄະນະບັນນາທິການ ຂອງກົມໂຄສະນາອົບຮົມກົດໝາຍ ທີ່ນອນຢູ່ໃນລາຍຊື່ຜູ້ຄຸ້ມຄອງບໍລິຫານເວັບໄຊ ກະຊວງ ຈະເປັນຜູ່ກວດແກ້ ແລະ ກວດກາຄວາມຖືກຕ້ອງຂອງບັນດາບົດຂ່າວ ຂໍ້ມູນ ຂ່າວສານ ແລະ ເອກະສານດັ່ງກ່າວນັ້ນ ກ່ອນຈັດພິມເຜີຍແຜ່ລົງໃນເວັບໄຊກະຊວງຍຸຕິທຳ. ພ້ອມ​ກັນ​ນັ້ນ, ຜູ້​ເຂົ້າ​ຮ່ວມຍັງ​ໄດ້​ປະກອບຄຳເຫັນໃສ່ໃບປະ​ເມີນ​ຜົນ​ຂອງ​ການ​ຝຶກ​ອົບຮົມຕາມແບບຟອມ ​ເພື່ອນຳໃຊ້ເປັນຂໍ້ມູນ​ໃຫ້ແກ່​ການ​ກະກຽມ​​ການ​ຝຶກ​ອົບຮົມວຽກງານດັ່ງກ່າວໃນ​ຄັ້ງ​ຕໍ່​ໄປ.

     ໃນ​ຕອນ​ທ້າຍ​ພິທີ ທ່ານ​ປະທານ ​ກໍ​ໄດ້​ເນັ້ນ​ໃຫ້ຜູ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ວ່າ: 1. ສຳລັບຄະນະ​ຄຸ້ມ​ຄອງ​ບໍລິການ​ເວັ​ບ​ໄ​ຊ ​ແມ່ນ​ໃຫ້ສືບ​ຕໍ່​ຮ່ວມ​ມື​ກັບຊ່ຽວຊານ ຜູ້​ພັດທະນາ​ເວັ​ບ​ໄຊ ປັບປຸງ​ຈັດ​ລຽງ​ໜ້າ​ຕ່າງ ແລະ ເມນູຕ່າງໆຂອງ​ເວ​ັບ​ໄຊ​ ​ໃຫ້​ສາມາດ​ເຂົ້າ​ເຖິງ​ໄດ້​ງ່າຍ ແລະ ​ສະດວກ​ສະບາຍກວ່າເກົ່າ; ເຮັດ​ໜ້າ​ທີ່​ເປັນ​ບັນນາທິການ​ເຮັດ​ໃຫ້​ເນື້ອ​ໃນ​ທີ່​ຈະ​ພິມລົງ​ໃນ​ເວັບ​ໄຊກະຊວງ ມີ​ຄຸນ​ນະພາ​ບ ສ່ອງ​ແສງ​ໃຫ້​ເຫັນ​ໄດ້​ເຖິງພາລະບົດບາດຂອງ​ກະຊວງ​ຍຸຕິ​ທຳ, ​ເຮັດ​ໃຫ້​ເນື້ອ​ໃນ​ມີ​ຄວາມ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ແນວທາງ​ນະ​​ໂຍບາຍ​ຂອງ​ພັກ; ປະສານ​ສົມທົບ​ກັບ​ພາກສ່ວນ​ອື່ນ (ກະຊວງອື່ນ) ​ເພືອພັດທະນາເວັບ ໄຊ ໃຫ້ມີຄວາມ​ທັນ​ສະ​​ໄໝ​ຕື່ມ​ ເປັນຕົ້ນການປັບປຸງໜ້າ​ຕາ​ຂອງ​ເວັ​ບ​ໄຊ​ກະຊວງ​ຍຸຕິ​ທຳ​ ໃຫ້ມີຄວາມ​ດຶງ​ດູດ​ໃຈ​ແກ່​ຜູ້​ທີ່​ເຂົ້າ​ຊົມ​ເວັ​ບ​ໄຊ; 2. ສ່ວນຜູ້​ປະສານ​ງານ ແມ່ນ​ໃຫ້ກຳ​ແໜ້ນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ຝຶກ​ອົບຮົມ​ການ​ຄຸ້ມ​ຄອງ​ບໍລິຫານ​ເວັບ​ໄຊ ກັບ​ໄປ​ປະຕິບັດ​ຕົວ​ຈິງ ​ແລະ​ຕ້ອງມີຄວາມ​ຮັບຜິດຊອບສູງ​ໃນ​ການ​ເປັນ​ຜູ້​ປະສານ​ງານພາຍໃນກະຊວງ, ​ເປັນ​ເຈົ້າ​ການ​ໃນ​ການ​ສະໜອງ​ຂໍ້​ມູນ ຂ່າວສານ ​ແລະ ​ເອກະສານລັດຖະ​ການ​ ລົງ​ໃນ​ເວັບ​ໄຊ​ກະຊວງ​ຍຸຕິ​ທຳ; ມອບ​ໃຫ້​ຄະນະຄຸ້ມ​ຄອງ​ບໍລິຫານ​ເວັ​ບ​ໄຊກະຊວງ ຕິດຕາມ, ກວດກາ ແລະ ຕີ​ລາຄາ​ໃຫ້​ຄະ​ແນນ​ແກ່​ຜູ້​ປະສານ​ງານ​ຈາກ​ພາກສ່ວນ​ຕ່າງໆ​ທີ່​ສົ່ງ​ຂໍ້​ມູນ ຂ່າວສານ​ ລົງ​ໃນ​ເວັ​ບ​ໄຊກະຊວງ ​ໂດຍກົມກອງ ໃດທີ່ສົ່ງມາເປັນປົກກະຕິ ແລະ ເຮັດວຽກງານເປັນຜູ່ປະສານງານໄດ້ດີ ໃຫ້ລາຍງານ ແລະ ສະເໜີຕໍ່ຂັ້ນເທິງໃຫ້ເປັນ​ກົມ​ກອງ​ດີ​ເດັ່ນ ແລະ ບຸກຄົນດີເດັ່ນ; ພາຍຫຼັງຝຶກອົບຮົມແລ້ວ ມອບໃຫ້ຜູ້ປະສານງານແຕ່ລະກົມ ໃຫ້ລາຍ​ງານ​ໃຫ້​ຄະນະ​ພັກ-ຄະນະ​ນຳ​ຂອງ​ກົມ​ກອງ​ຕົນ ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ການ​ຝຶກ​ອົບຮົມວ່າ​ມີ​ຄວາມ​ສຳຄັນ​ແນວ​ໃດ, ສະ​ເໜີ​ໃຫ້​ເຫັນ​ເຖິງ​ຂໍ້​ຫຍຸ້ງຍາກ​ຂາດ​ເຂີນ ​ເພື່ອ​ໃຫ້ການ​ຈັດ​ຕັ້ງ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ; ​ໃຫ້​ເພີ່ມ​ທະວີ​ການປະສານ​ສົມທົບ​ຂໍ​ຄຳ​ເຫັນ​ແລກປ່ຽນ​ບົດຮຽນ ລະຫວ່າງ​ ຜູ້​ປະສານ​ງານ​ດ້ວຍ​ກັນ ​ແລະ ລະຫວ່າງ ຜູ້ປະສານ​ງານ​ກັບ​ຄະນະຄຸ້ມ​ຄອງ​ບໍລິຫານ​​ເວັ​ບ​ໄຊ ​ເພື່ອ​ເຮັດ​ໃຫ້​ຂອດ​ການ​ປະສານ​ສົມທົບ​ມີ​ປະສິດທິ​ຜົນ; 3. ສຳລັບ​ໂຄງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ສະເໜີ​ຕໍ່ທ່ານ ສືບ​ຕໍ່​ໃຫ້ຄວາມຊ່ວຍເຫຼືອໃນການຈັດ​ຝຶກ​ອົບຮົມ, ປະກອບ​ອຸປະກອນ​ເຕັກນິກ, ​ເຄື່ອງມື​ຮັບ​ໃຊ້​ໃນ​ວຽກ​ງານ​ດັ່ງກ່າວ ​ໃຫ້​ແກ່​ບັນດາ​ກົມ​ກອງ​ທີ່​ຍັງ​ມີ​ຄວາ​ມຫຍຸ້ງຍາກ​ຂາດ​ເຂີນ ແລະ ເຫັນວ່າການຝຶກອົບຮົມວຽກງານຄຸ້ມຄອງບໍລິຫານເວັບໄຊກະຊວງຍຸຕິທຳ ໃນຕໍ່ໜ້າ ຍັງ​ມີ​ຄວາມຈຳເປັນ ແລະ ມີຄວາມຕ້ອງການ ເພື່ອ​ເຮັດ​ໃຫ້​​ຄະນະຄູ້ມຄອງບໍລິຫານ ແລະ ຜູ້ປະສານງານ ມີຄວາມສາມາດໃນການປັບປຸງ ແລະ ພັດທະນາເວັບໄຊກະຊວງຍຸຕິທຳ ໃຫ້ເປັນລະບົບຄົບ​ຖ້ວນ ​ແລະ ສົມບູນ​ຂຶ້ນ​ຕື່ມ.

                                                                                                                                                          ຂ່າວໂດຍ ຊາຍພິມພອນ ສີຣິວົງໄຊ

                                                                                                                                                               ພາບໂດຍ ວຽງໄຊ ແກ້ວວິໄວໃສສະຫງ່າ

ປະເພດຂ່າວ: