ການພົບປະແລກປ່ຽນຖອດຖອນບົດຮຽນ ກ່ຽວກັບວຽກງານໂຄສະນາອົບຮົມກົດໝາຍ ຢູ່ ສສ ຫວຽດນາມ

​          ເພື່ອ​ປະຕິບ​ບັດຕາມ​ບົດ​ບັນທຶກ​ການ​ຮ່ວມ​ມື ລະຫວ່າງ ກະຊວງ​ຍຸຕິ​ທຳ​ ແຫ່ງ ສປປ ລາວ ​ແລະ ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ​ໄລຍະ 2015-2020, ລົງ​ວັນ​ທີ 28 ມັງກອນ 2015; ສະ​ນັ້ນ, ​ໃນ​ລະຫວ່າງ​ວັນ​ທີ 5-9 ກໍລະກົດ 2016 ກົມ​ໂຄສະນາ​ອົບຮົມ​ກົດໝາຍ, ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ນຳພາ​ໂດຍ ທ່ານ ບຸນຊ່ວງ ທະວີ​ສັກ ວ່າການ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ກົດໝາຍ ພ້ອມ​ດ້ວຍ​ຄະນະ​ທັງ​ໝົດ 11 ທ່ານ, ຍິງ 5 ທ່ານ ​ໄດ​້​ເດີນທາງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຖອດ​ຖອນ​ບົດຮຽນ​ຮ່ວມ​ກັບ​ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ.

          ຈຸດປະສົງ​ໃນການ​ເດີນທາງ​ໄປ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ໃນ​ຄັ້ງ​ນີ້​ ແມ່ນ​ເພື່ອ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ໂຄສະນາ​ອົບຮົມ​ກົດໝາຍ   ​ໂດຍ​ສະ​ເພາະ​​ແມ່ນ​ການ​ຄຸ້ມ​ຄອງ​ການ​ໂຄສະນາ​ກົດໝາຍ, ການ​ຄຸ້ມ​ຄອງບໍລິຫານ​ວຽກ​ງານ​ວາລະສານ, ການ​ຄຸ້ມ​ຄອງ​ບໍລິຫານວຽກ​ງານ​ໜັງສື​ພຶມ, ການ​ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ການຈັດ​ພິມ ​ແລ​ະ ການ​ຄຸ້ມ​ຄອງ​ບໍລິຫານ​ການ​ໂຄສະນາ​ທາງ​ດ້ານ​ເອ​ເລັກ​ໂຕ​ຼນິກ.

          ໃນການພົບປະແລກປ່ຽນໃນຄັ້ງນີ້ ໃຫ້​ກຽດ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນໂດຍ ທ່ານ ​ໂດ ຊວັນ ​ເລີ່ນ ຫົວໜ້າ​ກົມ​ໂຄສະນາ​​ເຜີຍ​ແຜ່​ກົດໝາຍ ພ້ອມ​ດ້ວຍ​ຄະນະ; ທັງ​ສອງ​ຝ່າຍ​ກໍ​ໄດ້​ສະ​ເໜີສະພາບ​ການ​ໂດຍ​ຫຍໍ້​ກ່ຽວ​ກັບ ທີ່​ຕັ້ງ, ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຕົ້ນຕໍ​ຂອງ​ຕົນ​ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ, ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ​ແລະ ວິທີ​ການ​ແກ້​ໄຂ​ໃນ​ການ​ປະຕິບັດ​ວຽກ​ງານ​ໃນ​ໄລະຍະ​ຜ່ານ​ມາ. ຫຼັງ​ຈາກ​ນັ້ນ, ກົມ​ໂຄສະນາ​ອົມ​ຮົມ​ກົດໝາຍ, ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ທ່ານ ​ເລ​ ຕຽນ ​ເຈົ່າ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ; ​ໃນ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ໃນ​ຄັ້ງ​ນີ້ ທ່​ານ ບຸນຊ່ວງ ທະວີ​ສັກ ວ່າ​ການ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ກົດ ໝາຍ, ກະຊວງ​ຍຸ​ຕິ​ທຳ ​ແຫ່ງ ສປປ ລາວ ຫົວໜ້າ​ຄະນະ ​ໄດ້​ລາຍ​ງານກ່ຽວ​ກັບ​ຈຸດປະສົງ ​ແລະ ​​ແຜນວຽກທີ່​ຈະແລກປ່ຽນ​ຖອດ​ຖອນ​ບົດຮຽນກັບ​ພາກສ່ວນ​ຕ່າງ​ໆ ຕະຫຼອດ​ໄລຍະ​ເວລາ​ທີ່ເດີນທາງ​ມາ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ໃຫ້​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຊາບ ຊຶ່ງຈະໄດ້ແລກປຽນຖອດຖອນບົດຮຽນຮ່ວມກັບ ກົມໂຄສະນາເຜີຍແຜ່ກົດໝາຍ, ສຳນັກຈັດພິມ, ວາລະສານ ປະຊທິປະໄຕ ແລະ ກົດໝາຍ, ໜັງສືພິມ ກົດໝາຍ ຫວຽດນາມ ແລະ ພະແນກຍຸຕິ ທຳ ນະຄອນຫຼວງຮ່າໂນ່ຍ. ຫຼັງ​ຈາກ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໄດ້​ເນັ້ນ​ໃຫ້​ຄະນະ​ທີ່​ມາ​ແລກ​ປ່ຽນ​ບົດຮຽນ​ໃນ​ຄັ້ງ​ນີ້ ຈົ່ງ​ຍາດ​ແຍ່ງ​ເອົາ​ບົດຮຽນ ​ແລະ ປະສົບ​ການ​ຕົວ​ຈິງ​ທີ່​ໄດ້​ນຳ​ມາ​ພົວພັນແລກປ່ຽນ​ໃນ​ຄັ້ງ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ​ຫຼາຍ​ທີ່​ສຸດ ​ເພື່ອ​ນຳ​ໄປ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ບັນດາ​ທ່ານ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ. ນອກ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສສ ຫວຽດນາມ ກໍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ ທາງ​ດ້ານ​ວັດຖຸ, ອຸປະກອນ ​ໃຫ້​ແກ່​ວຽກ​ງານ​ໂຄສະນາ ​ແລະ ຈະ​ສືບ​ຕໍ່​ຈັດ​ຈັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ໝາກຜົນ​ຍິ່ງໆ​ຂຶ້ນ. ​ໃນ​ຕອນ​ທ້າຍຂອງການຕ້ອນຮັບ ທ່ານກໍ​ໄດ້​ອວຍພອນ​ໃຫ້​ຄະນະ​ທີ່​ມາ​ແລກປ່ຽນ​ບົດຮຽນ, ກະຊວງຍຸຕິທຳ ແຫ່ງ ສປປ ລາວ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ວຽກ​ງານ​ໃນ​ຄັ້ງ​ນີ້ ​ແລະ ຝາກ​ຢ້ຽມຢາມ​ຖາມ​ຂ່າວ​ເຖິງ​ຄະນະ​ນຳ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ.

          ນອກຈາກ​ໄດ້​ຮ່ວມ​ເຮັດ​ວຽກ​ນຳ​ຄະນະ​ຕ່າງ​​ນັ້ນ​ແລ້ວ ກົມ​ໂຄສະນາ​ອົບຮົມ​ກົດໝາຍ, ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ຍັງ​ມີ​ໂອກາດ​ໄດ້​ໄປ​ທ່ຽວ​ຊົມ​ສະຖານ​ທີ​ທ່ອງ​ທ່ຽວ​ທີ່​ສຳຄັນ​ໃນ​ນະຄອນຫຼວງ ​ຮ່າ​ໂນ​່ຍ ອີກ​ດ້ວຍ ​ເປັນ​ຕົ້ນ​ແມ່ນ: ໝູ່​ບ້ານ​ຫັດຖະກຳ​ ຫວຽດນາມ, ຕະຫຼາດ​ຜ້າ​ໄໝ, ໜອງ​ວັງ​ເຕົ່າ, ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ ຂອງ ສສ ຫວຽດນາມ ​ແລະ ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ​ ຫວຽດນາມ.

ຄະນະຢ້ຽມຢາມເຮັດວຽກຮ່ວມກັບ ກົມໂຄສະນາເຜີຍແຜ່ກົດໝາຍ

ຄະນະຢ້ຽມຢາມເຮັດວຽກຮ່ວມກັບ ສຳນັກຈັດພິມ

ຄະນະຢ້ຽມຢາມເຮັດວຽກຮ່ວມກັບ ວາລະສານ ປະຊາທິປະໄຕ ແລະ ກົດໝາຍ

ຄະນະຢ້ຽມຢາມເຮັດວຽກຮ່ວມກັບ ໜັງສືພິມກົດໝາຍ ຫວຽດນາມ

ຄະນະຢ້ຽມຢາມເຮັດວຽກຮ່ວມກັບ ພະແນກຍຸຕິທຳນະຄອນຫຼວງ ຮ່າໂນ່ຍ

 

ປະເພດຂ່າວ: