ໜ່ວຍພັກກົມຮ່ວມືສາກົນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ ll

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ໄລຍະ 5 ປີ ຜ່ານມາ (ແຕ່ປີ 2015-2019); ສະນັ້ນ, ໃນຕອນເຊົ້າຂອງວັນທີ 16 ມັງກອນ 2020 ໜ່ວຍພັກກົມຮ່ວມມືສາກົນ ກະຊວງຍຸຕິທຳ ຈຶ່ງໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ ll ຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ເກດສະໜາ ພົມມະຈັນ ຄະນະພັກກະຊວງ, ເລຂາໜ່ວຍພັກກົມຮ່ວມມືສາກົນ ກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ມີສະຫາຍຮອງເລຂາຄະນະພັກ, ກຳມະການພັກກະຊວງ, ເລຂາ, ຄະນະໜ່ວຍພັກຈາກບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ຜູ້ຕາງໜ້າສາມອົງການຈັດຕັ້ງມະຫາຊົນຂອງກະຊວງ ແລະ ຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນຂອງກົມຮ່ວມມືສາກົນ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 23 ສະຫາຍ, ຍິງ 6 ສະຫາຍ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກົມຮ່ວມມືສາກົນ ໃນໄລຍະ 5 ປີຜ່ານມາ (ແຕ່ປີ 2015-2019), ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດທີ l ພ້ອມທັງຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: ສະຫາຍ ເກດສະໜາ ພົມມະຈັນ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ສາຍຄິດ ວິສີສົມບັດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ບຸນມີ ບຸບຜາລີວັນ ເປັນກໍາມະການໜ່ວຍພັກ ພ້ອມທັງເປັນປະທານກວດກາ ແລະ ໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາ ຈຳນວນ 8 ສະຫາຍ ໃນນີ້ມີຜູ້ແທນສົມບູນ 7 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະຫາຍ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະໜ່ວຍພັກຊຸດເກົ່າ ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ ພ້ອມນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ແລະ ໄດ້ໃຫ້ທິດຊີ້ນໍາບາງວຽກງານທີ່ສໍາຄັນ ຊຶ່ງຈະຕ້ອງສຸມໃສ່ໃນຕໍ່ໜ້າ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຮ່ວມມືສາກົນ ໃຫ້ຍາດໄດ້ຜົນງານ ແລະ ຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບ:ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: