ກອງປະຊຸມປຶກສາຫາລື ເພື່ອສ້າງກົນໄກ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ

     ກົມສົ່ງເສີມລະບົບຍຸຕິທໍາ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອສ້າງກົນໄກ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ ໃນວັນທີ 10 -11  ກໍລະກົດ 2017 ທີ່ໂຮງແຮມເມີກຽວ ໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາທ່ານຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການ UNICEF ເຂົ້າຮ່ວມ.

     ໃນພິທີ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດການເອົາເດັກໄປເປັນລູກລ້ຽງ ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນສະພາບລວມ ກໍຄືການຈັດຕັ້ງປະຕິບັດວຽກງານໄດ້​ໃນ​ລະຍະ ຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານ​ໃນ​ຕໍ່ໜ້າ ຫຼັງຈາກ​ນັ້ນ, ບັນດາທ່ານຜູ້ຕ່າງໜ້າກໍໄດ້ລາຍງານການເຄື່ອນໄຫວວຽກງານດັ່ງກ່າວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ພ້ອມທັງ ສົນທະນາ ​ແລະ ປະກອບ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານການເອົາເດັກໄປເປັນລູກລ້ຽງ ມີຄວາມສອດຄ່ອງກັບສະພາບຂອງສາກົນ ແລະ ພາກພື້ນ ໂດຍສະເພາະ ໃນສະພາບເງື່ອນໄຂຂອງ ສປປ ລາວ, ເພີ່ມປະສິດທິພາບໃນການເຄື່ອນໄຫວວຽກໃຫ້ມີຄວາມໂປງໃສ, ສອດຄ່ອງ, ຖືກຕ້ອງຕາມແຕ່ລະຂັ້ນຕອນໃນການຄົ້ນຄ້ວາພິຈາລະນາການເອົາເດັກໄປເປັນລູກລ້ຽງ ໂດຍການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ ຂອງຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນສູນ ກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

     ໃນໂອກາດດັ່ງກ່າວ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນດ້ານວິຊາການ ແລະ ທຶນຮອນຈາກອົງການ UNICEF ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າໃນວຽກງານການເອົາເດັກໄປເປັນລູກລ້ຽງ.

ຂຽນຂ່າວ: ໄຊຍະສິດ   ຖ່າຍພາບໂດຍ: ສຸກສາຄອນ, ປາວີຄໍຳ

ນັກຂ່າວກກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: