ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມທະບຽນສານ

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທະບຽນສານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຍຸຕິທຳ, ໂດຍການເປັນປະທານຂອງ ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ, ແລະ ສະຫາຍ ສະເຫຼີມໄຊ ໄຊຍະມົນຕີ ຮອງເລຂາໜ່ວຍພັກ ປະທານກວດກາພັກ, ມີບັນດາເລຂາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມທະບຽນສານເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕີລາຄາຄືນກ່ຽວກັບການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມທະບຽນສານໃນ 5 ປີຜ່ານມາ ແລະ ກຳນົດທິດທາງແຜນການນຳພາວຽກງານໃນຕໍ່ໜ້າ. ຊຶ່ງໃນ 5 ປີ ຜ່ານມາໜ່ວຍພັກກົມທະບຽນສານ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ຊຶ່ງສະແດງອອກໃນບົດລາຍການເມືອງ ໄດ້ຍົກໃຫ້ເຫັນທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ, ພ້ອມກັນນັ້ນກໍໄດ້ເອກະພາບກັບທິດທາງແຜນການ 5 ປີ ຕໍ່ໜ້າ ປີ 2020-2024. ພ້ອມດຽວກັນນັ້ນກອງປະຊຸມກໍໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ປະກອບດ້ວຍ ສະຫາຍ ໄທ ລໍເບຼັຍຢາວ ເປັນເລຂາໜ່ວຍພັກ; ສະຫາຍ ນຽມ ສຸພັນຄໍ້າມະວົງ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ສະເຫຼີມໄຊ ໄຊຍະມົນຕີ ເປັນກຳມະການໜ່ວຍພັກ ແລະ ໄດ້ເລືອກເລືອກຕັ້ງເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຊຶ່ງມີຜູ້ສະໝັກ 10 ສະຫາຍ ແລະ ເລືອກໄດ້ 7 ສະຫາຍ ປະກອບດ້ວຍ ສະຫາຍ ໄທ ລໍເບຼັຍຢາວ, ສະຫາຍ ສະເຫຼີມໄຊ ໄຊຍະມົນຕີ, ສະຫາຍ ນຽມ ສຸພັນຄໍ້າມະວົງ, ສະຫາຍ ນາງ ຄຳພູ ຫາສັກເມືອງ, ສະຫາຍ ບຸນທິດາ ພົມສະຫວັນ, ສະຫາຍ ນາງ ມະນີໄລ ຍົດລືໄຊ ແລະ ສະຫາຍ ພ່ອງວິໄຊ ຈັນທະວົງ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກກົມທະບຽນສານຊຸດເກົ່າທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ, ພ້ອມທັງໃຫ້ທິດຊີ້ນຳຫຼາຍດ້ານຕໍ່ຄະນະໜ່ວຍພັກກົມທະບຽນສານ ຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍພັກໃຫ້ຍາດຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ຖ່າຍພາບ: ຂົນ ບຸນທິສານ.

ປະເພດຂ່າວ: