ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສາຍສະໝອນ ພັນໂຊດ ເລຂາໜ່ວຍຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ, ມີສະຫາຍ ບຸນທາ ຊົງເຢີທ່າວ ເລຂາໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດຈຳນວນ 35 ສະຫາຍ, ຍິງ 10 ສະຫາຍ.

ກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານ ໃນໄລຍະຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະຊາວໜຸ່ມຊຸດເກົ່າ ທັງຕີລາຄາສູງຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດທີ່ໄດ້ຮັບຜົນສຳເລັດໃນຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ ແຕ່ ປີ 2019-2024. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: 1.) ສະຫາຍ ສາຍສະໝອນ ພັນໂຊດ ເປັນເລຂາໜ່ວຍ, 2.) ສະຫາຍ ນາງ ດາວພະສຸກ ສີລາທອງເປັນຮອງ ແລະ 3.) ສະຫາຍ ວຽງມະນີຄຳ ເປັນຄະນະ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນຳໃນແຕ່ລະດ້ານຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: