ຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ

       ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014 ວ່າດ້ວຍການເອົາເດັກໄປເປັນລູກລ້ຽງ ໃຫ້ກ້າວສູ່ລວງເລິກ ເຮັດໃຫ້ສັງຄົມມີຄວາມຮັບ ຮູ້ຢ່າງກວ້າງຂວາງ, ກົມຄຸ້ມຄອງລະບົບຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ ທີ່ແຂວງຈຳປາສັກ ໃນລະ ຫວ່າງວັນທີ 13-17 ມິຖຸນາ 2016 ໂດຍການເປັນປະທານ ຂອງ ທ່ານ ປທ. ບຸນຕາ ສ.ຜາບມີໄຊ, ຄະນະພັກກະຊວງຍຸຕິທໍາ, ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ ມີຜູ່ເຂົ້າຮ່ວມທີ່ມາຈາກແຂວງຈຳປາສັກ ມີ 3 ເມືອງ ຄື: ເມືອງ ປາເຊ, ເມືອງ ໂພນທອງ ແລະ ເມືອງ ຊະນະສົມບູນ ແລະ ແຂວງ ເຊກອງ   ມີ 2 ເມືອງ ຄື: ເມືອງລະມາມ ແລະ ເມືອງທ່າແຕງ ມີຜູູ່ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 12 ທ່ານ.

      ພ້ອມກັນນັ້ນ, ການຝຶກອົບຮົມວຽກງານດັ່ງກ່າວ ໄດ້ຈັດຂຶ້ນຕື່ມທີ່ແຂວງ ບໍລິຄຳໄຊ ໃນລະຫວ່າງ ວັນທີ 20-24 ມິຖຸນາ 2016 ໂດຍການເປັນປະທານ ຂອງ ທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆບໍລິຄຳໄຊ ມີຜູ່ເຂົ້າຮ່ວມທີ່ມາຈາກແຂວງບໍລິຄຳໄຊ 3 ເມືອງ ຄື: ເມືອງປາກຊັນ, ເມືອງ ປາກກະດິງ, ເມືອງ ທ່າພະບາດ, ແຂວງ ຄຳມ່ວນ 2 ເມືອງ ຄື: ເມືອງ ທ່າແຂກ ແລະ ເມືອງທ່າບົກ ແລະ ແຂວງສະຫວັນນະເຂດ ມີ 2 ເມືອງ ຄື: ເມືອງ ໄກສອນພົມວິຫານ ແລະ ເມືອງ ອຸທຸມພອນ, ມີຜູ່ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 16 ທ່ານ ຊຶ່ງມາຈາກຂະແໜງການຍຸຕິທຳ, ຂະແໜງການແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ຂະແໜງ ການສາທາລະນະສຸກ, ລວມຜູ້ເຂົ້າຮ່ວມທັງໝົດ 5 ແຂວງ ຈຳນວນ 78 ທ່ານ, ຍິງ 28 ທ່ານ. ການເປີດຊຸດອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜຸນ ຈາກອົງການ UNICEF ປະຈຳ ສປປ ລາວ.

       ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ກຳແໜ້ນເນື້ອໃນຫຼັກການ, ຂັ້ນຕອນ, ລະບຽບການ  ແລະ ປະຕິບັດຖືກ ຕ້ອງຕາມດຳລັດວ່າດ້ວຍການເອົາເດັກໄປເປັນລູກລ້ຽງ. ຕະຫຼອດໄລຍະການຝຶກອົບຮົມວຽກງານດັ່ງກ່າວ ບັນດາວິທະຍາກອນ ທີ່ມາຈາກກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ, ກະຊວງແຮງແຮງງານ ແລະ ສະຫວັດ ດີການສັງຄົມ ແລະ ກະຊວງສາທາລະນະສຸກ ກໍໄດ້ຜັດປ່ຽນກັນຂຶ້ນຫ້ອງດ້ວຍຄວາມຮັບຜິດຊອບສູງ ແລະ ບັນດານັກສຳມະນາກອນ ກໍມີຄວາມເອົາໃຈໃສ່ໃນການຝຶກອົບຮົມຢ່າງໜ້າ, ປະກອບຄໍາຄິດເຫັນ ແລະ ແລກປ່ຽນ ບົດຮຽນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດຂອງການຝຶກອົບຮົມເຕັມໄປດ້ວຍຄວາມຟົດຟື້ນ. ພາຍຫຼັງສຳເລັດການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ຜູ່ສຳເລັດການຝຶກອົບຮົມ ໂດຍການເປັນກຽດມອບ ຂອງ ທ່ານ ປອ. ເສີມສຸກ ສີມພະວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມທັງກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ.

       

ຂຽນຂ່າວ ແລະ ຮູບພາບໂດຍ: ນັກຂ່າວ ກົມຄຸ້ມຄອງລະບົບຍຸຕິທຳ

ປະເພດຂ່າວ: 
ປ້າຍ Tags ຕິດຕາມ: