ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ

       ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ ໄດ້ຈັດຂຶ້ນວັນທີ 7 ຕຸລາ 2016 ຢູ່ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ພາຍໃຕ້ການເປັນປະທານຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວ ໜ້າກົມຄຸ້ມຄອງລະບົບຍຸຕິທຳ ໂດຍມີຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນສູນກາງ ທີ່ມາຈາກກະຊວງຍຸຕິທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ທັງໝົດ 10 ທ່ານ.

     ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າກ່ຽວກັບສຳນວນຄຳຮ້ອງຂໍເອົາເດັກໄປເປັນລູກລ້ຽງ ຂອງຄົນຕ່າງປະເທດ ຈຳນວນ 4 ສຳນວນ ທີ່ໄດ້ຍື່ນຕໍ່ຂະແໜງການກ່ຽວຂ້ອງແລ້ວສົ່ງມາຍັງກະຊວງຍຸຕິທຳ ຊຶ່ງເປັນຄະນະຮັບຜິດຊອບລວມຂັ້ນສູງ ກາງກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ. ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບພິຈາລະນາແກ້ໄຂສຳນວນດັ່ງກ່າວທັງ 4 ສຳນວນ ແຕ່ຕ້ອງປະຕິບັດຕາມມາດຕາ 38 ຂອງດຳລັດວ່າດ້ວຍວ່າດ້ວຍການເອົາເດັກໄປເປັນລູກ ລ້ຽງ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014. ພ້ອມກັນນັ້ນ ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຕ້ອງລົງເກັບກຳຂໍ້ມູນຄືນບ່ອນທີ່ເດັກອາໄສຢູ່ ແລ້ວປະກອບໃສ່ສຳນວນເພື່ອລາຍງານ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ມີທິດຊີ້ນຳ.

       ນອກຈາກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຜ່ານຮ່າງແບບຟອມຄຳຮ້ອງຂໍເອົາເດັກໄປເປັນລູກລ້ຽງ ແລະ ແບບຟອມປະເມີນຜົນ ເພື່ອຄວາມເປັນເອກະພາບໃນການນຳໃຊ້ ໃນຂອບເຂດທົ່ວປະເທດ. 

 

ຂ່າວ ແລະ ພາບ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)

ປະເພດຂ່າວ: