ກະຊວງຍຸຕິທຳ ເປີດກອງປະຊຸມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດ ປະຈຳປີ 2016

      ກະຊວງ​ຍຸຕິ​ທຳ ​ໄດ້​​ເປີດ​ກອງ​ປະຊຸມ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ທົ່ວ​ປະ​ເທດ ປະຈຳ​ປີ 2016  ​​ຂຶ້ນ​ໃນ​ລະຫວ່າງວັນ​ທີ່ 11-12 ຕຸລາ 2016 ທີ່​ໂຮງ​ແຮມ​ນະຄອນ​ສັກ ນະຄອນຫຼວງວຽງຈັນ ​​​ໂດຍພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ  ​​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີທ່ານຮອງ​ລັດຖະມົນຕີ, ບັນດາທ່ານ​ຫົວໜ້າກົມ, ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ທົ່ວ​ປະ​ເທດ ​ແລະ ​ແຂກ​ຖືກ​ເຊີນ​ຈາກ​ກະຊວງ​ທີ່​ກຽ່ວຂ້ອງ ພ້ອມ​ດ້ວຍ​ພະນັກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ເຂົ້າ​ຮວ່ມທັງໝົດ 150 ທ່ານ.

     ໃນ​ກອງປະຊຸມ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າກົ​ມຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ປະຈຳ​ສົກ​ປີ 2015-2016 ​ແລະ ທິດ​ທາງ​ແຜນການ ສຳລັບ​ປີ 2017 ​ຊຶ່​ງທ່ານ​ໄດ້​ກ່າວ​ວ່າ ວຽກງານ​ຈັດ​ຕັ້ງ​ປະຕິບັດຄຳ​ຕັດສີນ​ຂອງ​ສານ ​ແມ່ນ​ວຽກງານໜຶ່ງທີ່​ສຳຄັນ​ຢູ່​ໃນ​ລະບົບ​ຍຸຕິ​ທຳ ​ໂດຍ​ການ​ນຳ​ເອົາ​ຄຳ​ສັ່ງ, ຄຳ​ຊີ້​ຂາດ, ຄຳ​ຕັດສີນ, ຄຳ​ພິພາກສາຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ ມາ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ ​ແລະ ປາກົດ​ຜົນ​ເປັນ​ຈິງ​ ເພື່ອ​ຟື້ນ​ຟູ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ, ລວມໝູ່ ​ແລະ ພົນລະ​ເມືອງ​ທີ່​ຖືກ​ລະ​ເມີດ ຫຼື ສູນ​ເສຍ​ໄປກັບ​ຄືນ​ມາ.

     ໃນ​ໄລຍະ​ຜ່ານ​ມາ ກົມ​ຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ກໍໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ແຂວງ, ກົມ​ຈັດ​ຕັ້ງ ​ແລະ ​ພະນັກງານ ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງ​ຕົນຢູ່​ຂັ້ນ​ທ້ອງ​ຖິ່ນ ​ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ການ​ເມືອງ ​ແລະ ວຽກງານ​ວິຊາ​ສະ​ເພາະ, ​ໃນ​ສົກ​ປີ 2015-2016 ສາມາດ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ໃນ​ທົ່ວ​ປະ​ເທດ​ໄດ້ 1,684 ​ເລື່ອງ ​ແບ່ງ​ເປັນ​ຄະດີ​ແພ່ງ 800 ​ເລື່ອງ, ຄະດີອາຍາ 884 ​ເລື່ອງ ສາມາດ​ມອບເງິນຄືນ​ໃຫ້​ຄູ່​ຄວາມ​ໃນ​ຄະດີ​ແພ່ງ ​ແລະ ອາຍາ​​ ໄດ້​ທັງໝົດ 28,172,729,265 ກີບ; ​ເງິນ​ບາດ​ໄທ​ ຈຳນວນ 45,421,982 ບາດ; ​ເງິນ​ຢວນ ຈຳນວນ 33,790 ຢວນ ​ແລະ ​ເງິນ​ໂດ​ລາ​ສະຫະລັດ 1,198,876 ​ໂດ​ລາ. ​ໄດ້ມອບ​ເງິນ​ອາກອນ, ​ເງິນ​ປັບ​ໃໝ ​ແລະ ​ເງິນ​ຮິບ​​ເຂົ້າ​ລັດ​ໄດ້ 5,983,865,931 ກີບ. ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ກໍ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາຕໍ່​ກັບ​ຮ່າງ​ບົດ​ລາຍ​ງານ​ ດ້ວຍ​ບັນຍາກາດ​ຟົດ​ຟື້ນ​ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມໝາຍຄວາມ​ສຳຄັນ ເພື່ອ​ພ້ອມ​ກັນ​ປຶກສາ​ຫາລື​, ຊອກ​ຫາ​ວິທີ​ການ​ແກ້​​ໄຂ ​ແນ່​ໃສ່​ຮັບປະກັນ​ໃຫ້​ຈຳນວນຄຳ​ຕັດສີນ​ຂອງ​ສານ​ທີ່​ໃຊ້​ຢ່າງ​ເດັດຂາດນັ້ນ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ວ່ອງ​ໄວ, ຖື​ກຕ້ອງ ​ແລະ ​ເຂັ້ມ​ງວດ, ​ແກ້​ໄຂ​ຫາງ​ສຽງຈົ່ມ​ວ່າ​ຂອງ​ສັງຄົມ​ໃຫ້ຫຼຸດຜ່ອນ​ລົງ​ເທື່ອ​ລະ​ກ້າວ. ພ້ອມ​ດຽວກັນ​ນັ້ນ ​ກອງ​ປະຊຸມ​ ໄດ້​ພ້ອມ​ກັນ​ກຳນົດທິດ​ທາງ​ແຜນການ​​ໃນ​ການ​ເຄື່ອນ​ໄຫວ​ວຽກງານປີ 2017 ​​ແມ່ນ​ບົນ​ພື້ນຖານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ຍຸຕິ​ທຳ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ​ພ້ອມ​ກັນ​ນັ້ນ, ​ກໍ​ຈະ​ສືບ​ຕໍ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃຫ້​ເປັນ​ລະບົບ​ຄົບ​ຊຸດຕິດ​ພັນ​ກັບ​ການ​ເພີ່ມ​ຈຳນວນ ​ແລະ ພັດທະນາ​ຄຸນ​ນະພາ​ບຂອງ​ບຸກຄະ​ລາກ​ອນຜູ້ທີ່​ເຮັດ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ຮັບປະກັນ​ໃຫ້​ອົງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ສາມາດ​ປະຕິບັດພາລະ​ບົດບາດ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ຂະ​ແໜງຍຸຕິ​ທຳ​ໃນ​ໄລຍະ​ໃໝ່.

ຂ່າວໂດຍ: ອອ່ນຄຳ ໄຊຍະວົງ; ພາບໂດຍ: ຄຳພອນ, ຈັນທະວີສຸກ, ສີ​ປະ​ໄພ

ປະເພດຂ່າວ: