ກອງປະຊຸມສະຫຼຸບການລົງເກັບກຳຂໍ້ມູນວຽກງານສະຖິຕິ 9 ຕົວເມືອງ ນະຄອນຫຼວງວຽງຈັນ

          ວັນທີ 1 ກໍລະກົດ 2016 ກົມຄຸ້ມຄອງການປະຕິບັດຄຳຕັດສີນຂອງສານ ໄດ້ເປີດກອງປະຊຸມສະຫຼຸບການລົງເກັບກຳຂໍ້ມູນວຽກງານສະຖິຕິ ທີ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສີນ ຂອງສານ ນະຄອນຫຼວງວຽງຈັນ ແລະ ໃນ 9 ຕົວເມືອງ ໂດຍການເປັນປະທານຂອງ ທ່ານ ສຈ ເກດ ກຽດຕິສັກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຜູ້ຊີ້ນຳວຽກງານປະຕິບັດຄຳຕັດສີນ ຂອງສານ ພ້ອມດ້ວຍ ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານນະ ຄອນຫຼວງວຽງຈັນ ແລະ ບັນດາຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ 9 ຕົວເມືອງ ແລະ ພະນັກງານວິຊາການ ຂອງກົມເຂົ້າຮ່ວມຢ່າງພ້ອມພຽງ.

           ຈຸດປະສົງ ເພື່ອສະຫຼຸບຜົນຂອງການລົງເກັບກຳຂໍ້ມູນສະຖິຕິການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ 9 ຕົວເມືອງ ໃນ ນະຄອນຫຼວງວຽງຈັນ. ທ່ານ ລັດສະໝີ ເພັດລາວັນ ຮອງຫົວໜ້າກົມ ໄດ້ສະຫຼຸບລາຍງານຜ່ານກອງປະຊຸມ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ແຜນການໃນຕໍ່ໜ້າ ກ່ຽວກັບ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ໃນກອງປະຊຸມຜູ່ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳເຫັນຕໍ່ວຽກງານດັ່ງກ່າວ ໂດຍສະເພາະ ການປັບປຸງກົດໝາຍ, ການສ້າງນິຕິກຳລຸ່ມກົດ ໝາຍ ແລະ ຂອດການປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດໃນການປະຕິບັດຄະດີອາຍາ.

           ໃນຕອນທ້າຍຂອງກອງປະຊຸມ ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກັບວຽກງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ໄດ້ຮັບຜົນດີ ແລະ ຮັບປະກັັນໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານທີ່ໃຊ້ໄດ້ເດັດຂາດແລ້ວນັ້ນ ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ ແກ່ຄູ່ຄວາມ. ພະນັກງານປະຕິບັດຄຳຕັດສີນທຸກຄົນ ຕ້ອງເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຢຶດໝັ້ນຈັນຍາບັນ-ຈັນຍາທຳຂອງນັກກົດໝາຍຢ່າງເຄັ່ງຄັດ.

 

ປະເພດຂ່າວ: