ກອງປະຊຸມສະຫຼຸບການໄປຖອດຖອນບົດຮຽນກ່ຽວກັບວຽກງານປະຕິບັດຄໍາຕັດສີນຂອງສານ ຢູ່ທີ່ປະເທດຝຣັ່ງ

       ໃນວັນທີ 30 ມິຖຸນາ 2016 ທີ່ກົມຄຸ້ມຄອງປະຕິບັດຄຳຕັດສີນຂອງສານ, ທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມກົມຄຸ້ມຄອງການປະຕັດຄໍາຕັດສີນຂອງສານ ໄດ້ຕ້ອນຮັບທ່ານຜູ້ຕາງໜ້າທີ່ມາຈາກໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ (SPLSMP) ແລະ ຫົວໜ້າແຕ່ລະແຜນງານ ທີ່ເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຜົນຂອງການໄປຖອດຖອນບົດຮຽນກ່ຽວກັບວຽກງານປະຕິບັດຄໍາຕັດສີນຂອງສານ ຢູ່ທີ່ປະເທດຝຣັ່ງ ໃນລະຫວ່າງ ວັນທີ 23 ພະຈິກ ຫາ ວັນທີ 2 ທັນວາ 2015 ທີ່ຜ່ານມາ ໂດຍການສະໜັບສະໜູນຂອງໂຄງການ (SPLSMP). ໃນກອງ ປະຊຸມສະຫຼູບຖອດຖອນບົດຮຽນນັ້ນ ທ່ານ ຫົວໜ້າກົມຄຸ້ມຄອງປະຕິບັດຄຳຕັດສີນຂອງສານ ໄດ້ລາຍງານສະພາບຈຸດພິເສດຂອງວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານປະເທດຝຣັ່ງ ຊຶ່ງເປັນບົດຮຽນທີ່ດີສໍາລັບການນໍາມາໜູນໃຊ້ເຂົ້າໃນວຽກງານປະຕິບັດຄໍາຕັດສີນຂອງສານ ຢູ່ ສປປ ລາວ ໃນຕໍ່ໜ້າ ເປັນຕົ້ນແມ່ນກຳນົດ ເງື່ອນໄຂຂອງພະນັກງານປະຕິບັດຄໍາຕັດສີນຂອງສານ ຕ້ອງປະກອບດ້ວຍ 4 ເງື່ອນໄຂ ດັ່ງນີ້:

1. ຕ້ອງແມ່ນບຸກຄົນທີ່ຮຽນຈົບກົດໝາຍ;

2. ໄດ້ຜ່ານການຝຶກອົບຮົມຈາກສູນຝຶກອົບຮົມພະນັກງານປະຕິບັດຄໍາຕັດສີນຂອງສານ;

3. ໄດ້ຜ່ານການຝຶກງານ ແລະ ໄດ້ຮັບການຢັ້ງຢືນຈາກບໍລິສັດ ຫຼື ສະພາປະຕິບັດຄໍາຕັດສີນຂອງສານ; ແລະ

4. ຜ່ານການສອບເສັງຕາມໂກຕາທີ່ກະຊວງຍຸຕິທໍາວາງອອກ.

    ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ເພື່ອນໍາເອົາບົດຮຽນຂອງປະເທດຝຣັ່ງທີ່ໄດ້ມາຈາກການໄປຖອດຖອນບົດຮຽນນັ້ນ ນຳມາໝູນໃຊ້ເຂົ້າໃນການປະຕິບັດວຽກງານໜ້າທີ່ໃນຕໍ່ໜ້າ, ເຮັດໃຫ້ບັນດາຄະດີທີ່ຍັງຄ້າງໄດ້ຫຼຸດໜ້ອຍຖອຍລົງ. ຕອນທ້າຍຂອງກອງປະຊຸມ ທ່ານ ຫົວໜ້າກົມ ໄດ້ລາຍງານ ກ່ຽວກັບທິດທາງແຜນການໃນການປັບປຸງວຽກງານປະຕິບັດຄໍາຕັດສີນຂອງສານ ໃນຕໍ່ໜ້າ ເປັນຕົ້ນ ຈະສຸມໃສ່ການປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ການສ້າງຖານຂໍ້ມູນເກັບກຳສະຖິຕິຂອງວຽກງານດັ່ງກ່າວໃຫ້ເປັນລະບົບ.

 

ປະເພດຂ່າວ: