Submitted by suseng1 on
ໃນວັນທີ 20-21 ມິຖຸນາ 2017 ຢູ່ທີ່ ທ່າລາດ, ແຂວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ ພະນັກງານ-ລັດຖະກອນ ຫຼັກແຫຼ່ງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍຂອງ ທ່ານ ຫົວໜ້າກົມກົດໝາຍ ພ້ອມດ້ວຍລັດຖະກອນວິຊາການ ກະຊວງຍຸຕິທຳ, ມີນັກສຳມະ ນາກອນ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມທັງໝົດ 25 ທ່ານ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກໃນການສ້າງກົດໝາຍໃຫ້ແກ່ພະນັກງານ ຂອງກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວຽກງານການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ.
ຕະຫຼອດລະຍະຂອງການຝຶກອົບຮົມ ນັກສຳມະນາກອນ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຕັກນິກການຮ່າງນິຕິກຳ ເປັນຕົ້ນ ການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ການກວດການິຕິກຳ ແລະ ໃຫ້ຄຳເຫັນຕໍ່ບົດ ປະເມີນຜົນກະທົບຂອງຮ່າງນິຕິກຳ ພ້ອມທັງໄດ້ແລກປ່ຽນ, ສົນທະນາ ແລະ ຕອບຄຳຖາມຕໍ່ກັບບັນຫາຕ່າງໆກ່ຽວກັການສ້າງນິຕິກກຳ ດ້ວຍບັນຍາກາດຝົດຝຶ້ນດີ.
ຂຽນຂ່າວ: ກັນຫາ ມີໄຊບົວ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ
ຜູ້ປະສານງານ ກົມກົດໝາຍ