ຄະນະກົມກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

        ເພື່ອເຮັດໃຫ້ເນື້ອໃນຂອງ ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ, ຮ່າງກົດໝາຍວ່າດ້ວຍການລົ້ມ ລະລາຍຂອງວິສາຫະກິດ (ສະບັບປັບປຸງ) ທີ່ຈະນໍາເຂົ້າສູ່ການພິຈາລະນາໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ນັ້ນ ມີເນື້ອໃນທີ່ຖືກຕ້ອງ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ  ຂອງ ສປປ ລາວ ທັງສາມາດຈັດຕັ້ງປະຕິບັດໄດ້ ພາຍຫຼັງການຮັບຮອງ ແລະ ປະກາດໃຊ້ ພ້ອມທັງ ເປັນການກະກຽມຂໍ້ມູນ ດ້ານເຕັກນິກ ແລະ ວິຊາການ ກ່ຽວກັບການສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ສໍາລັບການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ນັ້ນ ຄະນະຜູ້ແທນ ຂອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວປຶກສາຫາລື ແລກປ່ຽນບົດຮຽນ ກັບບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງຍຸຕິທໍາ, ກົມກວດກາຄະດີອາຍາ ຂອງອົງການໄອຍະການ ສູງສຸດ, ກົມຄົ້ນຄວ້າວິທະຍາສາດກົດໝາຍ ຂອງສານສູງສຸດ ຂອງ ສສ ຫວຽດນາມ ໃນລະຫວ່າງ ວັນທີ 23 – 27 ກັນຍາ 2019 ທີ່ຜ່ານມາ.

         ໃນຕອນເຊົ້າຂອງວັນທີ 24 ກັນຍາ 2019 ຄະນະຜູ້ແທນຂອງກົມກົດໝາຍ ທີ່ນໍາພາໂດຍ ທ່ານຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນ ແຄັງ ງອກ ຮອງລັດຖະມົນຕີກະຊວງຍຸຕິທໍາ ຂອງ ສສ ຫວຽດນາມ ຊຶ່ງທ່ານຫົວໜ້າຄະນະ ໄດ້ແຈ້ງຈຸດປະສົງ ແລະ ເປົ້າໝາຍຂອງການເດີນທາງມາປຶກສາຫາລືແລກປ່ຽນ ບົດຮຽນກ່ຽວກັບ ກົດໝາຍວ່າດ້ວຍການສ້າງນິຕິກໍາ, ກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ ແລະ ກົດໝາຍວ່າດ້ວຍການລົ້ມ ລະລາຍຂອງວິສາຫະກິດ.

ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຂອງ ສສ ຫວຽດນາມ ກໍໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການພົວພັນຮ່ວມມື ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ, ສະພາບລວມກ່ຽວກັບຈັດຕັ້ງປະຕິບັດ ການຊົດເຊີຍຄ່າເສຍຫາຍຈາກລັດ, ການແກ້ໄຂການລົ້ມລະລາຍຂອງວິສາຫະກິດ ແລະ ການສ້າງກົດໝາຍ ຢູ່ ສສ ຫວຽດນາມ, ພ້ອມທັງໄດ້ ອະທິບາຍ ແລະ ໃຫ້ທິດທາງພື້ນຖານດ້ານວິຊາການສໍາລັບການປຶກສາຫາລືແລກປ່ຽນບົດຮຽນ ໃນຄັ້ງນີ້ ດັ່ງນີ້:

  • ການກໍານົດຂອບເຂດຂອງເປົ້າໝາຍດັດປັບສາຍພົວພັນສັງຄົມກ່ຽວກັບ ການຊົດເຊີຍຄ່າເສຍຈາກລັດ, ທັດສະນະດ້ານ ວິຊາການກ່ຽວກັບປ່ຽນແປງຄວາມຮັບຮູ້ຂອງສັງຄົມ ຈາກຄວາມເຂົ້າໃຈວ່າ ລັດແມ່ນຜູ້ຖືກສະເໝີ ມາເປັນໃນບາງກໍລະນີ ລັດເອງກໍອາດເປັນຜູ້ຜິດ ຫຼື ລະເມີດກົດໝາຍ;
  • ການແກ້ໄຂການລົ້ມລະລາຍ ແລະ ການດໍາເນີນການພິຈາລະນາຕັດສິນຂອງສານກ່ຽວກັບການລົ້ມລະລາຍ ລວມທັງ ການຄຸ້ມຄອງຊັບສິນ, ການຄຸ້ມຄອງວິສາຫະກິດ ແລະ ການຊໍາລະສະສາງຊັບສິນ ຊຶ່ງຕ້ອງໄດ້ດໍາເນີນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບ ພື້ນຖານ ແລະ ການຂະຫຽາຍຕົວດ້ານເສດຖະກິດຕະຫຼາດ ໃນປັດຈຸບັນ;
  • ການສ້າງ ແລະ ປັບປຸງ ກົດໝາຍ ຕາມຂັ້ນຕອນທີ່ຊັດເຈນ ແລະ ເປັນລະບົບ ແມ່ນພື້ນຖານທີ່ສໍາຄັນທີ່ເຮັດໃຫ້ການສ້າງ ແລະ ປັບປຸງກົດໝາຍ ມີປະສິດທິພາບ ແລະ ມີປະສິດທິຜົນ ລວມທັງການສ້າງນິຕິກໍາໃຕ້ກົດໝາຍ ທີ່ສອດຄ່ອງກັບ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

          ພາຍຫຼັງທີ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຂອງ ສສ ຫວຽດນາມ ແລ້ວ ຄະນະຜູ້ແທນ ໄດ້ຮ່ວມເຮັດວຽກ ແລະ ປຶກສາຫາລືແລກປ່ຽນບົດຮຽນ ກັບບັນດາກົມ ວິຊາການທີ່ກ່ຽວຂ້ອງ ຂອງກະຊວງຍຸຕິທໍາ, ກົມກວດກາຄະດີອາຍາ ຂອງອົງການໄອບະການສູງສຸດ, ກົມຄົ້ນຄວ້າວິທະຍາສາດກົດໝາຍ ຂອງສານສູງສຸດ ຂອງ ສສ ຫວຽດນາມ ດັ່ງນີ້:

  1. ກົມສັງລວມກົດໝາຍ

ຄະນະຜູ້ແທນ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ:

  • ພາລະບົດບາດຂອງກົມສັງລວມກົດໝາຍ ໃນການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ກ່ອນການນໍາກົດໝາຍ ເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ຊຶ່ງໂດຍພື້ນຖານແລ້ວ ກໍມີພາລະບົດບາດ ແລະ ໜ້າທີ່ ຄືກັນກັບກົມກົດໝາຍ, ກະຊວງຍຸຕິທໍາ ຂອງ ສປປ ລາວ ໃນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງ ໃນການກວດກາຄວາມສອດຄ່ອງທາງ ດ້ານກົດໝາຍຂອງຮ່າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການກວດກາຄວາມສອດຄ່ອງດ້ານນະໂຍບາຍກົດໝາຍ ຕາມທີ່ໄດ້ມີການປະເມີນຜົນກະທົບ ກ່ອນການບັນຈຸຊື່ຂອງຮ່າງກົດໝາຍ ເຂົ້າໃນແຜນການສ້າງ ແລະ ປັບປຸງ ກົດໝາຍ ປະຈໍາປີ ຂອງ ສສ ຫວຽດນາມ;
  • ການປະເມີນຜົນກະທົບນະໂຍບາຍຂອງກົດໝາຍ ທີ່ສ້າງ ຫຼື ປັບປຸງ ຊຶ່ງແມ່ນຂັ້ນຕອນເບື້ອງຕົ້ນທີ່ຕ້ອງໄດ້ດໍາເນີນ ໂດຍອົງການ ຮັບຜິດຊອບສ້າງ ແລະ ປັບປຸງ ກົດໝາຍ ກ່ອນການບັນຈຸຊື່ຂອງກົດໝາຍ ເຂົ້າໃນແຜນການສ້າງກົດໝາຍປະຈໍາປີ ແລະ ໃນຂັ້ນຕອນນີ້ເອງ ກົມສັງລວມກົດໝາຍ ກໍຍັງມີພາລະບົດບາດ ແລະ ໜ້າທີ່ ໃນການກວດກາຄວາມສອດຄ່ອງທາງດ້ານ ກົດໝາຍຂອງນະໂຍບາຍກົດໝາຍໄປພ້ອມກັນ;
  • ການກວດກາຄວາມສອດຄ່ອງທາງດ້ານນະໂຍບາຍກົດໝາຍ ຂອງຮ່າງກົດໝາຍ ຊຶ່ງແມ່ນຂັ້ນຕອນໜຶ່ງ ທີ່ມີ ຄວາມສໍາຄັນ ພາຍຫຼັງທີ່ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ໄດ້ສໍາເລັດການສ້າງຮ່າງກົດໝາຍ ແລະ ສົ່ງຮ່າງກົດໝາຍມາຍັງ ກະຊວງຍຸຕິທໍາ ເພື່ອກວດກາຄວາມສອດຄ່ອງທາງດ້ານນະໂຍບາຍກົດໝາຍ ກ່ອນການສົ່ງຮ່າງກົດໝາຍເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ;
  • ການປະສານສົມທົບ ແລະ ກົນໄກການປະຕິບັດໜ້າທີ່ ໃນການສ້າງກົດໝາຍ ລະຫວ່າງ ກົມສັງລວມກົດໝາຍ, ກົມກົດໝາຍຄຸ້ມຄອງບໍລິຫານລັດ, ກົມກົດໝາຍອາຍາ, ກົມກົດໝາຍແພ່ງ-ເສດຖະກິດ, ກົມກົດໝາຍສາກົນ ໂດຍມີ ກົມສັງລວມກົດໝາຍ ເຮັດໜ້າທີ່ເປັນເຈົ້າການຮັບຜິດຊອບໂດຍກົງ ໃນການປະສານສົມທົບ ແລະ ປະເມີນຜົນກະທົບ ນະໂຍບາຍກົດໝາຍ ລວມທັງການກວດກາຄວາມສອດຄ່ອງທາງດ້ານນະໂຍບາຍກົດໝາຍ ກ່ອນການສົ່ງ ຮ່າງກົດໝາຍເຂົ້າສຸ່ ການພິຈາລະນາຂອງລັດຖະບານ.

     2.  ກົມກົດໝາຍແພ່ງ-ເສດຖະກິດ

ຄະນະຜູ້ແທນ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ:

  • ພາລະບົດບາດຂອງກົມກົດໝາຍແພ່ງ-ເສດຖະກິດ ໃນການເຮັດໜ້າທີ່ ທີ່ພົວພັນກັນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງ ສສ ຫວຽດນາມ ກ່ຽວກັບການລົ້ມລະລາຍຂອງວິສາຫະກິດ ໂດຍສະເພາະແມ່ນການເຮັດໜ້າທີ່ ໃນການຄຸ້ມຄອງຜູ້ຄວບຄຸມຊັບສິນ;
  • ເຫດຜົນທາງດ້ານກົດໝາຍໃນການກໍານົດເງື່ອນໄຂ ສໍາລັບການລົ້ມລະລາຍຂອງວິສາຫະກິດ ໃນກົດໝາຍທີ່ກ່ຽວຂ້ອງ ຂອງ ສສ ຫວຽດນາມ ເປັນຕົ້ນ ການກໍານົດເອົາໄລຍະຂອງການຄ້າງຊໍາລະໜີ້ສິນ ຊຶ່ງໄດ້ກໍານົດເອົາໄລຍະ ສາມ ເດືອນ ເປັນພື້ນຖານ ຖ້າວິສາຫະກິດໃດ ຫາກບໍ່ສາມາດຊໍາລະໜີ້ສິນພາຍໃນກໍານົດເວລາດັ່ງກ່າວ ກໍຖືວ່າວິສາຫະກິດນັ້ນ ກ້າວເຂົ້າສູ່ ໄລຍະການລົ້ມລະລາຍ;
  • ຂັ້ນຕອນການພິຈາລະນາກ່ຽວກັບການລົ້ມລະລາຍຂອງວິສາຫະກິດ ໃດໜຶ່ງ ຊຶ່ງຕ້ອງໄດ້ດໍາເນີນການພິຈາລະນາ ບົນພື້ນຖານການຍື່ນຄໍາຮ້ອງຕໍ່ສານ ໂດຍຜູ້ທີ່ເສຍຫາຍ ເປັນຕົ້ນ ເຈົ້າໜີ້, ຜູ້ອອກແຮງງານ, ອົງການກໍາມະບານທີ່ກ່ຽວຂ້ອງ ຫຼື ຜູ້ດໍາເນີນທຸລະກິດອື່ນ ທີ່ກ່ຽວຂ້ອງ ຊຶ່ງເລີ່ມຕົ້ນຈາກ ການຍື່ນຄໍາຮ້ອງ, ການພິຈາລະນາຄໍາຮ້ອງ, ການແຕ່ງຕັ້ງຜູ້ຄວບຄຸມ ຊັບສິນ, ການກວດກາຊັບສົມບັດ ແລະ ບັນຊີເຈົ້າໜີ້, ລູກໜີ້, ການຄຸ້ມຄອງວິສາຫະກິດ, ການຊໍາລະສະສາງ, ການຟື້ນຟູ, ການປະກາດ ຫຼື ການພິຈາລະນາຕັດສິນ ກ່ຽວກັບການລົ້ມລະລາຍ ແລະ ການຈັດຕັ້ງປະຕິບັດການປະກາດ ຫຼື ຄໍາຕັດສິນ ຂອງສານກ່ຽວກັບ ການລົ້ມລະລາຍ;
  • ບົດຮຽນກ່ຽວກັບຂັ້ນຕອນການແກ້ໄຂ ຫຼື ການພິຈາລະກ່ຽວກັບການລົ້ມລະລາຍຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ລວມທັງຈຸນລະວິສາຫະກິດ ຊຶ່ງໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນ, ວິທີການທີ່ງ່າຍດາຍ ແລະ ໃຊ້ເວລາທີ່ສັ້ນກວ່າ ການແກ້ໄຂ ຫຼື ການພິຈາລະນາການລົ້ມລະລາຍຂອງວິສາຫະກິດຂະໜາດໃຫຍ່ ໂດຍເນັ້ນ ແລະ ໃຫ້ຄວາມສໍາຄັນໃນຂັ້ນຕອນ ການຟື້ນຟູວິສາຫະກິດຂະໜາດ ກາງ, ນ້ອຍ ແລະ ຈຸນລະວິສາຫະກິດ;
  •  ສະພາບ ແລະ ເງື່ອນໄຂຕົວຈິງກ່ຽວກັບການຄຸ້ມຄອງ ແລະ ການແຕ່ງຕັ້ງ ຜູ້ຄວບຄຸມຊັບສິນ ຊຶ່ງໃນປັດຈຸບັນ ຢູ່ ສສ ຫວຽດນາມ ແມ່ນກະຊວງຍຸຕິທໍາ ເປັນຜູ້ເຮັດໜ້າທີ່ໃນການຄຸ້ມຄອງ ໂດຍມອບໃຫ້  ກົມກົດໝາຍແພ່ງ-ເສດຖະກິດ ເປັນຜູ້ຈັດຕັ້ງປະຕິບັດ, ສ່ວນການແຕ່ງຕັ້ງຜູ້ຄວບຄຸມຊັບສິນ ແມ່ນສານທີ່ກ່ຽວຂ້ອງ ເປັນຜູ້ແຕ່ງຕັ້ງ ສໍາລັບແຕ່ລະຄະດີທີ່ສານ ພິຈາລະນາກ່ຽວກັບການລົ້ມລາຍຂອງວິສາຫະກິດ.

      3. ກົມຊົດເຊີຍຄ່າເສຍຫາຍຈາກລັດ

ຄະນະຜູ້ແທນ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ:

  • ສະພາບລວມ ແລະ ວິວັດທະນາການ ກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ຊຶ່ງມີວິວັດທະນາການທີ່ເລີ່ມຕົ້ນມາ ຕັ້ງແຕ່ ປີ 1945 ແລະ ລັດຖະທໍາມະນູນ ຂອງ ສສ ຫວຽດນາມ ກໍໄດ້ກໍານົດກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ແລະ ໃນໄລຍະຕໍ່ມາ ກໍໄດ້ມີການກໍານົດເປົ້າໝາຍດັດປັບສາຍພົວພັນສັງຄົມດັ່ງກ່າວ ເຂົ້າໃນປະມວນກົດໝາຍແພ່ງ ຂອງ ສສ ຫວຽດນາມ ແລະ ກໍໄດ້ມີການອອກນິຕິກໍາໃຕ້ກົດໝາຍກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດການຊົດເຊີຍຄ່າເສຍຫາຍ ຈາກລັດ;
  • ການກໍານົດເປົ້າໝາຍຂອງສາຍພົວພັນສັງຄົມກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ເຂົ້າໃນກົດໝາຍທີ່ກໍານົດກ່ຽວ ກັບການດໍາເນີນຄະດີອາຍາ, ການດໍາເນີນຄະດີແພ່ງ, ການດໍາເນີນຄະດີການປົກຄອງ ແລະ ການຄຸ້ມຄອງການປະຕິບັດຄໍາຕັດສີນ ຂອງສານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ຖືກຕ້ອງຕາມກົດໝາຍ ຂອງປະຊາຊົນ ທີ່ອາດໄດ້ຮັບ ຄວາມເສຍຈາກການປະຕິບັດໜ້າທີ່ຂອງອົງການຂອງລັດ ຫຼື ຈາກເຈົ້າໜ້າທີ່, ພະນັກງານທີ່ກ່ຽວຂ້ອງ ຂອງອົງການຂອງລັດ;
  •  ບົດຮຽນກ່ຽວກັບການກໍານົດຂອບເຂດການໃຊ້ແທນຄ່າເສັຍຫາຍ ແລະ ຄວາມຮັບຜິດຊອບໃນການໃຊ້ແທນຄ່າ ເສັຍຫາຍ ຊຶ່ງພົວພັນກັບບັນຫາດ້ານ ງົບປະມານຂອງລັດ ແລະ ຂອບເຂດຄວາມຮັບຜິດຊອບຂອງເຈົ້າໜ້າທີ່ ຫຼື ພະນັກງານ  ຂອງລັດທີ່ລະເມີດກົດໝາຍ ແລະ ໄດ້ສ້າງຄວາມເສຍຫາຍແກ່ປະຊາຊົນ;
  • ສະພາບຕົວຈິງ ແລະ ບົດຮຽນ ກ່ຽວກັບການຮ້ອງຂໍຄ່າເສຍຫາຍຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ ຊຶ່ງໃນບາງກໍລະນີເຈົ້າໜ້າທີ່ ຫຼື ພະນັກງານ ຂອງລັດທີ່ລະເມີດກົດໝາຍ ແລະ ໄດ້ສ້າງຄວາມເສຍຫາຍແກ່ປະຊາຊົນ ນັ້ນ ໄດ້ອອກພັກຜ່ອນຮັບເບັ້ຍບໍານານ ຫຼື ເສຍຊີວິດ ຫຼື ໃນກໍລະນີຜູ້ທີ່ໄດ້ຮັບຄວາມເສຍຫາຍ ເສັຍຊີວິດ ແຕ່ກໍມີຜູ້ສືບທອດ ເປັນຜູ້ຮຽກຮ້ອງຄ່າເສັຍຫາຍ ລວມທັງຂະບວນການ ແລະ ວິທີການໃນການຟື້ນຟູວຽກ, ກຽດສັກສີ ຂອງຜູ້ທີ່ໄດ້ຮັບຄວາມເສຍ ຫາຍຈາກລັດ ເປັນຕົ້ນ ການຈັດຫາ ຫຼື ຊອກວຽກໃຫ້ໃໝ່, ການຟື້ນຟູກຽດສັກສີ ດ້ວຍການປະກາດລົງໜັງສືພິມ, ການຖະແຫຼງ ຂ່າວ ຊຶ່ງໝາຍເຖິງການຟື້ນຟູຄວາມເສຍຫາຍທາງວັດຖຸ ແລະ ຈິດໃຈ.

   4. ກົມກວດກາຄະດີອາຍາ ຂອງອົງການໄອຍະການສູງສຸດ

ຄະນະຜູ້ແທນ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ:

  • ພາລະບົດບາດຂອງກົມກວດກາຄະດີອາຍາ, ອົງການໄອຍະການສູງສຸດ ຂອງ ສສ ຫວຽດນາມ ໃນການດໍາເນີນຄະດີ ກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ທີ່ໄດ້ມີຄວາມເສຍຫາຍຈາກຂະບວນການດໍາເນີນຄະດີອາຍາ ແລະ ໃນຂັ້ນຕອນ ການຕັດສີນ ຫຼື ພິພາກສາຂອງສານທີ່ກ່ຽວຂ້ອງ;
  • ພື້ນຖານທີ່ພາໃຫ້ມີການຮຽກຮ້ອງໃຫ້ມີການຊົດເຊີຍຄ່າເສຍຫາຍຈາກລັດ ຊຶ່ງໂດຍພື້ນຖານແລ້ວ ກໍແມ່ນການສ້າງ ຄວາມເສຍຫາຍໃນຂະບວນການຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງບໍລິຫານ, ການດໍາເນີນຄະດີ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ແລະ ບໍ່ພາວະວິໄສ, ການປະຕິບັດຄໍາຕັດສີນ ຫຼື ຄໍາພິພາກສາ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ;
  • ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄົ້ນຄວ້າຄະດີກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ເປັນຕົ້ນ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງພະນັກງງານໄອຍະການທີ່ກ່ຽວຂ້ອງ, ການກໍານົດ ຂອບເຂດຄວາມຮັບຜິດຊອບຕໍ່ຄ່າເສຍຫາຍ;
  •  ແຫຼ່ງງົບປະມານສໍາລັບການຊົດເຊີຍຄ່າເສຍຫາຍຈາກລັດ ຊຶ່ງປະກອບດ້ວຍ ງົບປະມານຂັ້ນສູນກາງ ແລະ ງົບປະມານ ຂອງທ້ອງຖິ່ນ, ການກໍານົດປະເພດຄວາມເສຍຫາຍ.

    5. ກົມຄົ້ນຄວ້າວິທະຍາສາດກົດໝາຍ ແລະ ກົມຮ່ວມມືສາກົນ ຂອງສານສູງສຸດ

ຄະນະຜູ້ແທນ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ:

  • ສະພາບຕົວຈິງ ແລະ ບົດຮຽນ ໃນການປະສານສົມທົບກັນ ລະຫວ່າງ ກະຊວງຍຸຕິທໍາ ແລະ ສານສູງສຸດ ກ່ຽວກັບ ການອະນຸຍາດໃຫ້ເປັນຜູ້ຄວບຄຸມຊັບສິນ ແລະ ການແຕ່ງຕັ້ງຜູ້ຄວບຄຸມຊັບສິນ ລວມທັງການພັດທະນາຊັບພະຍາກອນມະນຸດ ກ່ຽວກັບການຄຸ້ມຄອງຊັບສິນ ແລະ ກໍອາດເປັນໄປໄດ້ວ່າ ວິຊາຊີບນີ້ ຈະກາຍເປັນວິຊາຊີບໜຶ່ງທີ່ມີບົດບາດສໍາຄັນ ໃນຕໍ່ໜ້າ;
  • ພື້ນຖານທາງດ້ານກົດໝາຍທີ່ພາໃຫ້ສາມາດດໍາເນີນ ການແກ້ໄຂ ຫຼື ການພິຈາລະນາ ການລົ້ມລະລາຍຂອງວິສາຫະກິດ ຊຶ່ງໂດຍພື້ນຖານແລ້ວ ມີ ສອງ ພື້ນຖານ ຄື ມີການທວງໜີ້ສິນ ແລະ ຄວາມສາອາດມາດໃນການຊໍາລະໜີ້ສິນ ສໍາລັບ ກໍລະນີຂອງ ສສ ຫວຽດນາມ ນັ້ນ ແມ່ນໄດ້ເລືອກເອົາພື້ນຖານທີໜຶ່ງ ໂດຍໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບ ການລົ້ມລະລາຍຂອງວິສາຫະກິດ;
  • ຂະບວນການ ແລະ ຂັ້ນຕອນ ສໍາລັບການແກ້ໄຂ ຫຼື ການພິຈາລະນາການລົ້ມລະລາຍຂອງວິສາຫະກິດຂະໜາດ ກາງ, ນ້ອຍ ແລະ ຈຸນລະວິສາຫະກິດ ຊຶ່ງຕ້ອງໄດ້ປະຕິບັດຕາມທີ່ນິຕິກໍາໃຕ້ກົດໝາຍສະເພາະທີ່ໄດ້ກໍານົດຂັ້ນຕອນ, ວິທີການ ທີ່ງ່າຍດາຍ ແລະ ໃຊ້ເວລາທີ່ສັ້ນກວ່າ ການແກ້ໄຂ ຫຼື ການພິຈາລະນາການລົ້ມລະລາຍຂອງວິສາຫະກິດຂະໜາດໃຫຍ່ ຊຶ່ງເນັ້ນ ການສ້າງເງື່ອນໄຂໃຫ້ ວິສາຫະກິດຂະໜາດ ກາງ, ໜ້ອຍ ແລະ ຈຸນລະວິສາຫະກິດ ສາມາດສືບຕໍ່ເຄື່ອນໄຫວດໍາເນີນທຸລະກິດໄດ້ ພາຍຫຼັງທີ່ໄດ້ຜ່ານການຟື້ນຟູ.

  1. ຜົນໄດ້ຮັບຈາກການປຶກສາຫາລືແລກປ່ຽນບົດຮຽນ
  1. ການສ້າງ ແລະ ປັບປຸງກົດໝາຍ:
  • ພາລະບົດບາດຂອງກະຊວງຍຸຕິທໍາ ຂອງ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍແມ່ນກົມສັງລວມກົດໝາຍ ໃນຂັ້ນຕອນການປະເມີນຜົນກະທົບນະໂຍບາຍຂອງກົດໝາຍ ທີ່ອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ໄດ້ນໍາສະເໜີ ກະຊວງຍຸຕິທໍາ ເພື່ອພິຈາລະນາ ກ່ອນການສ້າງແຜນການສ້າງກົດໝາຍ ປະຈໍາປີ ລວມທັງພາລະບົດບາດຂອງກະຊວງຍຸຕິທໍາ ໃນຂັ້ນຕອນການປ້ອງກັນນະໂຍບາຍກົດໝາຍ ທີ່ໄດ້ຜ່ານການປະເມີນຜົນກະທົບແລ້ວ ໃນຂັ້ນຕອນການພິຈາລະນາຂອງ ສະພາແຫ່ງຊາດ ກ່ອນການບັນຈຸຊື່ກົດໝາຍທີ່ຈະສ້າງ ຫຼື ປັບປຸງ ເຂົ້າໃນແຜນການສ້າງກົດໝາຍ ປະຈໍາປີ ຂອງສະພາແຫ່ງຊາດ;
  • ພື້ນຖານທາງດ້ານວິຊາການຂອງ ສສ ຫວຽດນາມ ໃນການຢຸດຕິການສ້າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ບົນພື້ນຖານທາງດ້ານວິຊາການ ທີ່ປະກອບດ້ວຍ ການຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ ຢ່າງໄວວາ, ຄວາມບໍ່ແນ່ນອນໃນການຄາດຄະເນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບກ່ຽວກັບການຂໍຖອນ, ຂໍເລື່ອນ, ຂໍໂຈະ ການສ້າງ ແລະ ປັບປຸງກົດໝາຍ ຊຶ່ງພາໃຫ້ສົ່ງຜົນກະທົບຕໍ່ຄວາມສັກສິດຂອງແຜນດັ່ງກາວ ພາຍຫຼັງທີ່ ສະພາແຫ່ງຊາດ ໄດ້ຮັບຮອງແລ້ວ;
  • ຂັ້ນຕອນການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ໂດຍກະຊວງຍຸຕິທໍາ ຂອງ ສສ ຫວຽດນາມ  ຊຶ່ງແຕກຕ່າງຈາກ ຂັ້ນຕອນການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ໂດຍກະຊວງຍຸຕິທໍາ ຂອງ ສປປ ລາວ, ສໍາລັບກໍລະນີ ຂອງ ສສ ຫວຽດນາມ ນັ້ນ ຂັ້ນຕອນນີ້ ແມ່ນຂັ້ນຕອນການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ກັບນະໂຍບາຍກົດໝາຍ ທີ່ໄດ້ຜ່ານການປະເມີນຜົນກະທົບແລ້ວ ເທົ່ານັ້ນ, ສ່ວນຂັ້ນຕອນການກວດກາຄວາມສອດຄ່ອງທາງດ້ານກົດໝາຍ ນັ້ນ ແມ່ນໄດ້ດໍາເນີນໄປພ້ອມກັນກັບການປະເມີນຜົນກະທົບນະໂຍບາຍກົດໝາຍແລ້ວ;
  • ການກໍານົດກ່ຽວກັບຜົນສັກສິດ ແລະ ການມີຜົນບັງຄັບໃຊ້ ຂອງກົດໝາຍ ຊຶ່ງ ສສ ຫວຽດນາມ ໄດ້ກໍານົດໃຫ້ກົດໝາຍ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ ແລະ ມີຜົນບັງຄັບໃຊ້ ໃນ ວັນທີ, ເດືອນ, ປີ ໃດໜຶ່ງ ພາຍຫຼັງການມີຜົນສັກສິດ ຂອງກົດໝາຍ ຊຶ່ງໂດຍພື້ນຖານແລ້ວ ກໍແມ່ນມີຜົນບັງຄັບໃຊ້ ພາຍຫຼັງການມີຜົນສັກສິດ ໜຶ່ງ ປີ.

       2. ການຈັດຕັ້ງປະຕິບັດກ່ຽວກັບການລົ້ມລະລາຍຂອງວິສາຫະກິດ:

  • ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ຂອງ ສສ ຫວຽດນາມ ສະບັບປັດຈຸບັນ ທີ່ໄດ້ຮັບການປັບປຸງ ໃນປີ 2017 ນັ້ນ ເຫັນວ່າ ທະນາຄານໂລກ ຍັງມີຂໍ້ສະເໜີ ແລະ ຂໍ້ແນະນໍາ ທາງດ້ານວິຊາການ ຫຼາຍດ້ານໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນ ຂັ້ນຕອນ ແລະ ກໍານົດເວລາ ໃນການພິຈາລະນາ ແລະ ການແກ້ໄຂ ການລົ້ມລະລາຍຂອງວິສາຫະກິດ;
  • ສະພາບ ແລະ ບັນຫາກ່ຽວກັບການຈັດຕັ້ງປະຕິບັດບົດບັນຍັດຂອງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ກ່ຽວກັບອົງການຄຸ້ມຄອງຜູ້ຄວບຄຸມຊັບສິນ ຊຶ່ງແມ່ນກະຊວງຍຸຕິທໍາ ແລະ ອົງການການແຕ່ງຕັ້ງຜູ້ຄວບຄຸມຊັບສິນ ຊຶ່ງແມ່ນສານ ສູງສຸດ ນັ້ນ ເຫັນວ່າ ຍັງມີບັນຫາໃນດ້ານການປະສານສົມທົບກັນ ລະຫວ່າງ ສອງ ອົງການດັ່ງກ່າວ ຊຶ່ງມັນສົ່ງຜົນກະທົບຕໍ່ປະສິດ ທິພາບໃນການຕິດຕາມການເຄື່ອນໄຫວຂອງຜູ້ຄວບຄຸມຊັບສິນ ແລະ ການຕໍ່ໃບອະອະນຸຍາດການເປັນຜູ້ຄວບຄຸມຊັບສິນ;
  • ສະພາບຄວາມເປັນຈິງ ແລະ ພື້ນຖານທິ່ອາດເປັນໄປໄດ້ວ່າ ຈະມີການສະເໜີໃຫ້ສານສູງສຸດ ຂອງ ສສ ຫວຽດນາມ ເປັນອົງການທີ່ເຮັດໜ້າທີ່ໃນການຄຸ້ມຄອງ ແລະ ແຕ່ງຕັ້ງ ຜຸ້ຄວບຄຸມຊັບສິນ ເພື່ອໃຫ້ການຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງ ແລະ ການແຕ່ງຕັ້ງ ຜູ້ຄວບຄຸມຊັບສິນ ມີປະສິດທິພາບ ແລະ ມີປະສິດທິຜົນສູງ ກວ່າເກົ່າ.

       3. ການຈັດຕັ້ງປະຕິບັດກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ:

  • ການຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ ແມ່ນຂະບວນການຈັດຕັ້ງປະຕິບັດ ຄວາມສະເໜີພາບ ລະຫວ່າງ ລັດ ແລະ ປະຊາຊົນ ທັງເປັນການຮັບປະກັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເທື່ອລະກ້າວ;
  • ກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫານຈາລັດ ແມ່ນພື້ນຖານທາງດ້ານກົດໝາຍທີ່ຍົກສູງຄວາມຮັບຜິດຊອບ ແລະ ເຕືອນສະຕິຂອງ ເຈົ້າໜ້າທີ່ ແລະ ພະນັກງານ ທີ່ກ່ຽວຂ້ອງຂອງລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ ເພື່ອຫຼີກລ່ຽງ ແລະ ປ້ອງກັນການສ້າງຄວາມເສຍຫາຍ ທີ່ຈະເກີດຂຶ້ນແກ່ປະຊາຊົນ;
  • ສສ ຫວຽດນາມ ບໍ່ມີຂະບວນການໃນການຂຶ້ນແຜນງົບປະມານສະເພາະ ສໍາລັບການຈັດຕັ້ງປະຕິບັດການຊົດເຊີຍຄ່າເສຍ ຫາຍຈາກລັດ ມີແຕ່ອີງຕາມ ຜົນຂອງການພິຈາລະນາແກ້ໄຂການຊົດເຊີຍຄ່າເສັຍຫາຍຈາກລັດ ຫຼື ການພິຈາລະນາຕັດສີນ ຂອງສານກ່ຽວກັບການຊົດເຊີຍດັ່ງກ່າວ ແລ້ວນໍາສະເໜີກະຊວງການເງິນ ເພື່ອຈັດຕັ້ງປະຕິບັດການຊົດເຊີຍ ຕາມແຕ່ລະກໍລະນີ ແລະ ໃນກໍລະນີຈໍາເປັນ ແມ່ນໃຊ້ເງິນໃນຄັງສໍາຮອງ ເຂົ້າໃນການຈັດຕັ້ງປະຕິບັດການຊົດເຊີຍກ່ອນ;
  • ຂັ້ນຕອນ ແລະ ວິທີການໃນການພິຈາລະນາ ແລະ ແກ້ໄຂການຊົດເຊີຍຄ່າເສຍຫາຍຈາກລັດ ແມ່ນນໍາໃຊ້ວິທີການ ໄກ່ເກັ່ຍກ່ອນ ສໍາລັບກໍລະນີການຊົດເຊີຍຄ່າເສຍຫາຍທີ່ເກີດຈາກການດໍາເນີນຄະດີອາຍາ ແລະ ໃນກໍລະນີບໍ່ສາມາດໄກ່ເກັ່ຍ ກັນໄດ້ນັ້ນ ຈຶ່ງສາມາດຮ້ອງຟ້ອງຕໍ່ສານທີ່ກ່ຽວຂ້ອງ, ສ່ວນກໍລະນີການຊົດເຊີຍຄ່າເສັຍຫາຍທີ່ເກີດຈາກການຄຸ້ມຄອງບໍລິຫານລັດ ແມ່ນນໍາໃຊ້ວິທີແບບທາງເລືອກ ຊຶ່ງຜູ້ເສຍຫາຍສາມາດນໍາໃຊ້ວິທີການໄກ່ເກັ່ຍ ຫຼື ຮ້ອງຟ້ອງຕໍ່ສານ.

          ສະຫຼຸບລວມແລ້ວ, ການໄປເຄື່ອນໄຫວປຶກສາຫາລືແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ຕາມທີ່ໄດ້ຮຽນ ລາຍງານມາເທິງນັ້ນ ຄະນະຜູ້ແທນກະຊວງຍຸຕິທໍາ ໄດ້ຮັບບົດຮຽນ, ຂໍ້ມູນ ຂ່າວສານ ທີ່ເປັນພື້ນຖານອັນສໍາຄັນທາງດ້ານ ຫຼັກການ ແລະ ວິຊາການກົດໝາຍກ່ຽວກັບ ການສ້າງ, ການປັບປຸງ ແລະ ການຈັດຕັ້ງປະຕິບັດກົດໝາຍ ລວມທັງ ນິຕິກໍາໃຕ້ກົດໝາຍທີ່ກ່ຽວກັບ ການປັບປຸງກົດໝາຍວ່າດ້ວຍການສ້າງນິຕິກໍາ, ການສ້າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ ແລະ ການປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍ ຂອງວິສາຫະກິດ ຂອງ ສປປ ລາວ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ໄດ້ວາງໄວ້.

ປະເພດຂ່າວ: