ການຝຶກອົບຮົມກ່ຽວກັບການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳ

     ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳ ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມຫຼັກການທີ່ກຳນົດໄວ້ໃນການສ້າງນິຕິກຳ. ໃນວັນທີ 31 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດ ການຝຶກອົບຮົມເຕັກນິກການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳຂຶ້ນ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະ ຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີວິທະຍາກອນຈາກກົມກົດໝາຍ ແລະ ສຳມະນາກອນ ຕາງໜ້າຈາກບັນດາກົມ, ຫ້ອງການ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ ພາກສ່ວນລະສອງທ່ານເຂົ້າຮ່ວມ.

     ໃນພິທີຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງການນຳສະເໜີກ່ຽວກັບເຕັກນິກການຮ່າງນິຕິກຳ ເປັນຕົ້ນ ການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ; ການສ້າງ, ການກວດກາ ແລະ ໃຫ້ຄຳເຫັນຕໍ່ບົດປະເມີນຜົນກະທົບ ຂອງຮ່າງນິຕິກຳ ແລະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງໃນການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳນັ້ນ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ. ການຝຶກອົບຮົມ ໄດ້ດຳເນີນເປັນເວລາໜຶ່ງວັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ: ສີປະໄພ, ຖ່າຍພາບ: ສົມຫວັງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: