ກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ

     ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດກອງ​ປະຊຸ​ມ​​ໃຫ້​ຄຳ​ເຫັນ​ແນະນຳກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ​ໃຫ້​ແກ່ຄະນະ​ຮັບຜິດຊອບ​ສ້າງ ແລະ ປັບປຸງ​ນິຕິ​ກຳ​ຂອງກະ ຊວງ​ຍຸ​ຕິ​ທຳຂຶ້ນ ໃນວັນທີ 27 ມິຖຸນາ 2017 ໂດຍການເປັນປະທານ ຂອງ ທ່ານ ອິນທະ​ປັນຍາ ຂຽວ​ວົງ​ພະ​ຈັນ ຫົວໜ້າ​ກກົມ​ກົດໝາຍ ກະ​ຊວງຍຸ​ຕິ​ທຳ ​ພ້ອມດ້ວຍພະນັກງານ​ ກົມ​ກົດໝາຍ (ສູນ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ)  ກະຊວງຍຸຕິທຳ ​ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 20 ທ່ານ.

     ຈຸດປະສົງຂອງການຈັດ​ກອງ​ຊຸມໃຫ້​ຄຳ​ເຫັນ​ແນະນຳກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ​ໃນຄັ້ງນີ້ ​ແມ່ນ​ເພື່ອໃຫ້​ຄໍາ​ແນະ​ນໍາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນ​ຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ທີ່​ຈະ​ສ້າງ ຫຼື ປັບປຸງ​ໃຫ້​ຖືກ​ຕ້ອງ, ຄົບ​ຖ້ວນ​ຕາມ​​ແບບ​ພິ​ມ (IA Note From) ​ແລະ​ ຖືກຕ້ອງ​ຕາມຂັ້ນ​ຕອນ, ຂະ​ບວນການ, ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ, ​ລະບຽບ​ການ ​ແລະ ​ໃຫ້ສຳ​ເລັດ​ຕາມ​ແຜນການ​ທີ​ກຳນົດ​ໄວ້ ຊຶ່ງກະ ຊວງຍຸຕິທຳ ໄດ້ສຸມໃສ່ການໃຫ້ຄຳແນະນຳ​ແນະນຳ ກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ​ແກ່​ຄະນະ​ຮັບຜິດຊອບສ້າງ ແລະ ປັບປຸງ​ຮ່າງ​ກົດໝາຍ​ ໂດຍສະເພາະແມ່ນ ກົດໝາຍວ່າ​ດ້ວຍ ​ການ​ແກ້​ໄຂ​ຂໍ້​ຂັດ​ແຍງ​ທາງ​ດ້ານ​ເສ​ດຖະກິດ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄຳ​ຕັນ​ສິນ​ຂອງ​ສານ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສັນຊາ​ດ, ​​ຮ່າງ​ດຳລັດ​ວ່າດ້ວຍ​ການ​ຊ່ວຍ​ເຫຼືອ​ລ້າ​ທາງ​ດ້ານ​ກົດໝາຍ ​ແລະ​ ​ຮ່າງດຳລັດ​ວ່າ​ດ້ວຍ​ກອງ​ທຶນ​ຊ່ວຍ​ເຫຼືອລ້າ​ທາງ​ດ້ານ​ກົດໝາຍ.

                                                                                                                                         ຂຽນຂ່າວ: ສື່ເຊັ່ງ ເຍຍປາວເຮີ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ

                                                                                                                                                                              ຜູ້ປະສານງານ ກົມກົດໝາຍ

ປະເພດຂ່າວ: