Submitted by suseng1 on
ໃນວັນທີ 29-30 ມິຖຸນາ 2017 ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດວ່າດ້ວຍລະບົບຊຳລະແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສຈ ເກດ ກຽດຕິສັກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ແລະ ລັດຖະກອນວິຊາການ ຂອງກົມກົດໝາຍ ກະຊວງຍຸທຳ ມີຜູ້ຕາງໜ້າຈາກກົມກົດໝາຍສະພາແຫ່ງຊາດ ແລະ ກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະຮັບຜິດຊອບຮ່າງດຳລັດສະບັບດັ່ງກ່າວ, ມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າປັບປຸງ, ຮຽບຮຽງຮ່າງດໍາລັດວ່າດ້ວຍ ລະບົບຊໍາລະແຫ່ງຊາດ ເພື່ອຮັບປະກັນຄວາມສອດຄ່ອງທາງດ້ານເຕັກນິກການຈັດວາງພາກ, ໝວດ, ມາດຕາ ໃຫ້ຖືກຕ້ອງຕາມເຕັກ ນິກຂອງການສ້າງນິຕິກຳ. ພາຍຫຼັງທີ່ປັບປຸງສຳເລັດແລ້ວ ຈະໄດ້ສົ່ງ (ຮ່າງ) ດຳລັດສະບັບດັ່ງກ່າວ ເຂົ້າກອງປະຊຸມລັດຖະບານ ເພື່ອພິຈາລະນາຕາມຂັ້ນຕອນຂອງການສ້າງນິຕິກຳ.
ຂຽນຂ່າວ: ສືເຊັ່ງ ເຍຍປາວເຮີ , ຖ່າຍພາບ ໂດຍ: ໄຂ່ທອງ ເພຍແກ້ວ
ຜູ້ປະສານງານ ກົມກົດໝາຍ