ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດກາ ແລະ ປະເມີນຜົນນິຕິກຳ

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດາ ແລະ ປະເມີນຜົນນິຕິກຳ ໃນໄລຍະຜ່ານມາ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2019 ໜ່ວຍຊາວໜຸ່ມຮາກຖານກົມກວດກາ ແລະ ປະເມີນຜົນນິຕິກຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ມິລະຄອນ ສົງຄຳຈັນ ກຳມະການໜ່ວຍພັກ, ຫົວໜ້າພະແນກສັນຍາ ກົມກວດກາ ແລະ ປະເມີນຜົນນິຕິກຳ ເປັນກຽດເຂົ້າຮ່ວມມີ ສະຫາຍ ຄຳເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອອ້ມຂ້າງ, ເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະການ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມກວດກາ ແລະ ປະເມີນຜົນນິຕິກຳເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ໃນໄລຍະ 5 ປີຜ່ານມາ ສະໜີໂດຍ ສະຫາຍ ນາງ ຫຼ້າຊ້ອຍ ແສງວົງເດືອນ ເລຂາຊາວໜຸ່ມຮາກຖານກົມກວດກາ ແລະ ປະເມີນຜົນນິຕິກຳ. ໜ່ວຍຊາວໜຸ່ມຮາກຖານກົມກວດກາ ແລະ ປະເມີນຜົນນິຕິກຳແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາຢ່າງຮອບດ້ານ ຈາກຄະນະໜ່ວຍພັກກົມກວດາ ແລະ ປະເມີນຜົນນິຕິກຳ ແລະ ມີສາຍຕັ້ງຂຶ້ນກັບຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ມີພາລະບົດບາດໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກໃຫ້ປາກົດຜົນເປັນຈິງ ສຳລັບດ້ານວຽກງານວິຊາສະເພາະ ແມ່ນໄດ້ເຮັດ ໜ້າທີ່ໃນການກວດກາຄວາມສອດຄ່ອງຂອງກົດໝາຍ ແລະ ວຽກງານປະເມີນຜົນການຈັດຕັ້ງປະຕິບັດກົດໝາຍທີ່ເຫັນວ່າບໍ່ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ; ນອກຈາກນັ້ນ, ກໍໄດ້ເຄື່ອນໄຫວວຽກງານຕ່າງໆ ຕາມທິດທາງແຜນການຂອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳວາງອອກໃນແຕ່ລະໄລຍະ.
ພ້ອມດຽວກັນ ຄະນະໜ່ວຍຊາວໜຸ່ມຮາກຖານ ຊຸດເກົ່າກໍໄດ້ປະກາດອຳລາໜ້າທີ່, ຫຼັງຈາກນັ້ນ ໃນກອງປະຊຸມກໍໄດ້ເລືອກຕັ້ງ ເອົາຄະນະໜ່ວຍຊາວໜຸ່ມ ຊຸດໃໝ່ ໂດຍເລືອກເອົາຜູ້ທີ່ມີເງື່ອນໄຂມາດຖານ ຈາກ 5 ສະຫາຍ ທີ່ລົງໝັກ ໃນກອງປະຊຸມໃຫຍ່ ຄັ້ງທີ I ໄດ້ເປັນເອກະພາບກັນ ເລືອກເອົາ 3 ສະຫາຍ ເປັນຄະນະໜ່ວຍຊາວໜຸ່ມຊຸດໃໝ່ຂອງ ກົມກວດກາ ແລະ ປະເມີນຜົນນິຕິກຳ ຊຶ່ງປະກອບດ້ວຍ: ສະຫາຍ ອຸດົມ ສາຍເພຍວົງ ເປັນເລຂາ ໜ່ວຍ, ສະຫາຍ ໂຕນີ ແກ້ວວິໄລ ເປັນຮອງ ແລະ ສະຫາຍ ນາງ ເຊຍລໍ່ ເນ່ງຈູ ເປັນຄະນະ.

ຂຽນຂ່າວ: ອ່ອນຄຳ, ຖ່າຍພາບ: ຂົນ ບຸນທິສານ

ປະເພດຂ່າວ: